ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →
vietnam virtual experiences golf

ຫວຽດນາມ ເປີດໂຕ ປະສົບການການທ່ອງທ່ຽວ ສະເໝືອນຈິງ ສຳລັບນັກກອຟ

Dec 20, 2020 | ຂ່າວປະຊາສຳພັນ

Greg Norman ຜູ້ໄດ້ຮັບການຈາລຶກຊື່ໃນ World Golf Hall of Fame ຈະພານັກກອຟທ່ຽວຊົມສະໜາມກອຟຂອງລາວແບບ 360 ອງສາ

ຮາໂນ້ຍ, ຫວຽດນາມ (20 ທັນວາ 2020) -- ເວັບໄຊການທ່ອງທ່ຽວແຫ່ງຊາດຂອງຫວຽດນາມ ໄດ້ຮ່ວມມືກັບ Greg Norman ແຊັມກອຟລະດັບໂລກ ເພື່ອສ້າງພື້ນທີ່ນຳສະເໜີທາງອອນລາຍກ່ຽວກັບຜະລິດຕະພັນການທ່ອງທ່ຽວກອຟຊັ້ນນຳຂອງປະເທດ. ໝວດກອຟໃໝ່ຂອງເວັບໄຊນີ້ ມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ນັກກອຟເລືອກຫວຽດນາມ ເມື່ອຊາຍແດນເປີດອີກຄັ້ງ.

ເນື້ອຫາໃໝ່ທີ່ເຜີຍແຜ່ໃນ vietnam.travel ປະກອບມີທົວແບບໂຕ້ຕອບ 360 ອງສາ 6 ສະໜາມກອຟໃນພາກກາງ ແລະ ພາກໃຕ້ຂອງຫວຽດນາມ, ບົດຄວາມ ແລະ ຮູບພາບຈາກສະໜາມກອຟທີ່ຕ້ອງໄປຫຼິ້ນໃຫ້ໄດ້ຂອງຫວຽດນາມ, ພ້ອມທັງເຄັດລັບການທ່ອງທ່ຽວຫວຽດນາມສຳລັບນັກກອຟ ທີ່ຄັດສັນໂດຍ ທູດການທ່ອງທ່ຽວຫວຽດນາມ ‘The Shark’ ດ້ວຍຕົນເອງ. 

ຜ່ານທົວ 360 ອງສາທີ່ມີຄວາມລະອຽດສູງ, ນັກກອຟສາມາດທ່ຽວຊົມຂອບເຂດຂຸມກອຟທີ່ມີທິວທັດງາມທີ່ສຸດຢູ່ Laguna Lang Co Golf Club, Ba Na Hills Golf Club, BRG Danang Golf Resort, Hoiana Shores Golf Club, KN Golf Links Cam Ranh, ແລະ The Bluffs Ho Tram Strip Golf Course.

Greg Norman ຜູ້ໄດ້ຮັບການຈາລຶກຊື່ໃນ World Golf Hall of Fame ໄດ້ບັນທຶກສຽງແນະນຳ ແລະ ພາທົວເປັນກໍລະນີພິເສດ ສຳລັບ 3 ສະໜາມກອຟທີ່ພັດທະນາໃນຫວຽດນາມ ໂດຍບໍລິສັດຂອງລາວ, Greg Norman Golf Course Design. ນັກກອຟສາມາດຟັງເຄັດລັບ ແລະ ຄວາມຄິດເຫັນຂອງ Norman ກ່ຽວກັບແຕ່ລະສະໜາມກອຟ ໂດຍການກົດທີ່ໄອຄອນຮູບສລາມ ຢູ່ພາຍໃນທົວໄດ້. 

ນອກຈາກນີ້ໃນເວັບໄຊ, ນັກກອຟຍັງຈະພົບກັບແຜນການເດີນທາງທົ່ວປະເທດສຳລັບຫວຽດນາມ ພ້ອມຄຳແນະນຳຈາກ Greg Norman ກ່ຽວກັບສະຖານທີ່ຫຼິ້ນ, ທີ່ພັກ, ແລະ ບ່ອນກິນ; ລາຍຊື່ 12 ສະໜາມກອຟທີ່ຕິດອັນດັບທັອບຂອງປະເທດ; ແລະ ເລື່ອງລາວກ່ຽວກັບຈຸດໝາຍປາຍທາງທີ່ດີທີ່ສຸດຂອງຫວຽດນາມ ສຳລັບນັກກອຟ ແລະ ຄອບຄົວຂອງພວກເຂົາ.

ເພື່ອເບິ່ງຂໍ້ມູນເພີ່ມເຕີມ, ເຂົ້າຊົມໄດ້ທີ່: https://vietnam.travel/things-to-do/golf

###

ກ່ຽວກັບ TAB

ຄະນະທີ່ປຶກສາດ້ານການທ່ອງທ່ຽວ (TAB) ແມ່ນຕາງໜ້າໂດຍຜູ້ມີສ່ວນຮ່ວມດ້ານການທ່ອງທ່ຽວຊັ້ນນຳຂອງຫວຽດນາມ ແລະ ໄດ້ຮ່ວມມືແບບຮ່ວມທຶນລະຫວ່າງພາກລັດ-ເອກະຊົນ ກັບ ອົງການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT). TAB ປະກອບມີຕົວແທນຈາກຖານຜູ້ນຳອຸດສາຫະກຳທີ່ກວ້າງຂວາງ ໃສຂົງເຂດການເດີນທາງ ແລະ ການທ່ອງທ່ຽວຂອງຫວຽດນາມ. ພັນທະກິດຂອງ TAB ແມ່ນການເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຫວຽດນາມ ໃນຖານະຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການເດີນທາງທີ່ຍືນຍົງ ໂດຍການນຳໃຊ້ຊັບພະຍາກອນຂອງພາກລັດ ແລະ ເອກະຊົນຂອງປະເທດ, ດັ່ງນັ້ນຈຶ່ງສ້າງຍຸດທະສາດອຸດສາຫະກຳທີ່ສອດຄ່ອງ ແລະ ຄົບຖ້ວນ. TAB ຂໍຂອບໃຈຜູ້ອຸປະຖຳ: BIM Land, Visa ແລະ Vinpearl -- ເຊິ່ງແຕ່ລະທ່ານໄດ້ປະກອບສ່ວນເຂົ້າໃນກອງທຶນທີ່ຄຸ້ມຄອງໂດຍເອກະຊົນ ເພື່ອສົ່ງເສີມການທ່ອງທ່ຽວໃນຫວຽດນາມ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

ທ່ານນາງ Francesca Hughes - ຜູ້ຈັດການແບຣນດ໌
marketing@tabvietnam.vn

ທ່ານ Hoang Nhan Chinh - ກອງເລຂາ TAB
chinh@tabvietnam.vn