
ຟູກວກ, ຫວຽດນາມ (14 ເມສາ 2021) -- ພິພິທະພັນຕຸກກະຕາໝີແຫ່ງທຳອິດຂອງຫວຽດນາມ ມີກຳນົດເປີດໃຫ້ບໍລິການໃນວັນທີ 21 ເມສາ ຢູ່ທີ່ສູນລວມການທ່ອງທ່ຽວຫຼ້າສຸດຂອງ Vinpearl, Phu Quoc United Center.
ໃນຖານະສາຂາແຟຣນໄຊຂອງ Jeju Teddy Bear Museum ຈາກເກົາຫຼີໃຕ້, Teddy Bear Museum Phu Quoc United Center ເປັນພິພິທະພັນແຫ່ງທີ 8 ຂອງໂລກ. ຕັ້ງຢູ່ໃຈກາງ 'ເມືອງທີ່ບໍ່ເຄີຍຫຼັບໄຫຼ' Grand World, ພິພິທະພັນນີ້ມີເນື້ອທີ່ທັງໝົດ 1,500m² ແລະ ເປັນບ່ອນຈັດສະແດງຕຸກກະຕາໝີທີ່ເຮັດດ້ວຍມືຫຼາຍກວ່າ 500 ໂຕ.
ເມື່ອມາຮອດປະຕູທາງເຂົ້າ, ແຂກຈະໄດ້ຮັບການຕ້ອນຮັບຈາກຮູບປັ້ນຕຸກກະຕາໝີຍັກທີ່ມີຄວາມສູງ 15 ແມັດ, ເຊິ່ງເປັນສັນຍະລັກທີ່ໂດດເດັ່ນຂອງ Teddy Bear Museum ທຸກໆແຫ່ງທົ່ວໂລກ. ພາຍໃນແມ່ນການຜະຈົນໄພທີ່ໄດ້ຮັບແຮງບັນດານໃຈຈາກ Indiana Jones, ໂດຍມີຕຸກກະຕາໝີຮັບບົດບາດໃນສາກອາເມຣິກາໃຕ້, ເອີຢິບໂບຮານ, ອັດຕະລັງຕິດ, ແລະ ອື່ນໆອີກ.
ການຈັດສະແດງພິເສດໃນຮູບແບບຫວຽດນາມຂອງພິພິທະພັນປະກອບມີ ຕຸກກະຕາໝີທີ່ນຸ່ງຊຸດ ອາວດາຍ ແລະ ໝວກກູບປະເພນີຢູ່ເມືອງເຫ້ວ, ລ່ອງເຮືອອ້ອມອ່າວຮາລອງ, ເປັນແຟນບານເຕະທີ່ກຳລັງເຊຍທີມຊາດ, ຫຼື ເພີດເພີນກັບການພັກຜ່ອນຢູ່ Vinpearl.
ແຂກສາມາດເຂົ້າຮ່ວມເກມທີ່ມີການໂຕ້ຕອບ, ເວິຣ໌ກຊັອບ DIY, ສ້າງສັນຮູບແຕ້ມສົດ, ຫຼື ຜ່ອນຄາຍຢູ່ Teddy Bear Cafe ຢູ່ຊັ້ນລຸ່ມ ຫຼັງຈາກຊົມການຈັດສະແດງແລ້ວ.
ດ້ວຍສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ຢູ່ Grand World, Vinpearl ຫວັງວ່າຈະໄດ້ຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນສູ່ 'ເມືອງທີ່ບໍ່ເຄີຍຫຼັບໄຫຼ' Phu Quoc United Center ແລະ ເຮັດໃຫ້ເກາະ ຟູກວກ ເປັນຈຸດໝາຍປາຍທາງທີ່ຕ້ອງມາຢ້ຽມຢາມໃນອາຊີ.
ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຢ້ຽມຊົມ: Phu Quoc United Center