Vietnam Tourism

  • ຫວຽດນາມ ແລະ ກາຊັກສະຖານ ເຊັນສັນຍາການຍົກເວັ້ນວີຊາ ສະບັບປັບປຸງ

ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ວັນ​ຂອງ​ປະທານາທິບໍດີ​ກາ​ຊັກ​ສະຖານ Kassym-Jomart Tokayev, ວັນ​ທີ 21 ສິງຫາ​ນີ້, ປະທານາທິບໍດີ​ຫວຽດນາມ ທ່ານ ໂວ​ວັນ​ເຖືອງ ​ແລະ ປະທານາທິບໍດີ​ກາ​ຊັກ​ສະຖານ ທ່ານ Kassym-Jomart Tokayev ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວີ​ຊາ​ສຳລັບ​ຜູ້​ຖື​ໜັງສືຜ່ານແດນ​ທຳ​ມະ​ດາ​ຂອງ​ສອງ​ປະ​ເທດ.


ພິທີເຊັນສັນຍາການຍົກເວັ້ນວີຊາ

ພິທີເຊັນສັນຍາການຍົກເວັ້ນວີຊາລະຫວ່າງຫວຽດນາມ ແລະ ກາຊັກສະຖານ 

 

ຕາມ​ນັ້ນ, ພົນລະເມືອງ​ຂອງ​ສອງ​ປະ​ເທດ, ຖ້າ​ຖື​ໜັງສືຜ່ານແດນ​ແຫ່ງ​ຊາດ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ທີ່​ມີ​ອາຍຸ​ຢ່າງ​ໜ້ອຍ 6 ເດືອນ, ສາມາດ​ເຂົ້າ, ອອກ, ຜ່ານ​ແດນ ​ແລະ ພັກ​ເຊົາ​ຊົ່ວຄາວ​ຢູ່​ໃນ​ດິນແດນ​ຂອງ​ອີກ​ປະ​ເທດ​ໜຶ່ງ​ໄດ້​ພາຍ​ໃນ 30 ວັນ ນັບ​ແຕ່​ເວລາ​ເຂົ້າ​ເມືອງ.

ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວີ​ຊາ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ກາ​ຊັກ​ສະຖານ.