ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →
  • ກິນທ່ຽວຫວຽດນາມກັບ Anthony Bourdain

    Anthony Bourdain ຮັບປະທານອາຫານຢູ່ຫວຽດນາມ. ພາບໂດຍ CNN

ຕັ້ງແຕ່ bún bò huế ຮອດ bún chả, ເຊຟ, ນັກຂຽນ ແລະ ພິທີກອນລາຍການທ່ອງທ່ຽວ Anthony Bourdain ຫຼົງຮັກການກິນອາຫານຢູ່ຫວຽດນາມ. ສຳລັບນັກຊິມທີ່ຢາກຕາມຮອຍຂອງນັກຊິມລະດັບຕຳນານຄົນນີ້, ນີ້ແມ່ນບາງສະຖານທີ່ໂປດຂອງລາວຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ລວມທັງສິ່ງທີ່ຄວນສັ່ງເມື່ອທ່ານໄປຮອດ.


ໃນບັນດາຜູ້ຄົນທີ່ຕົກຢູ່ໃຕ້ສະເໜ່ຂອງຫວຽດນາມ, ບໍ່ມີຄວາມຫຼົງໄຫຼຂອງໃຜຕໍ່ຫວຽດນາມທີ່ຈະເກີນ ເຊຟຊື່ດັງ Anthony Bourdain. ຕະຫຼອດ 206 ຕອນ ແລະ ລາຍການໂທລະພາບສອງລາຍການ, ບໍ່ມີປະເທດໃດທີ່ຈະສ້າງຄວາມປະທັບໃຈໃຫ້ກັບນັກເດີນທາງຄົນນີ້ໄດ້ຫຼາຍໄປກວ່າຫວຽດນາມ, ປະເທດທີ່ລາວເອີ້ນວ່າ “ໜຶ່ງໃນສະຖານທີ່ໂປດຂອງລາວໃນໂລກ.”

"ຫວຽດນາມ. ມັນດຶງດູດທ່ານ ແລະ ບໍ່ປ່ອຍທ່ານໄປ. ເມື່ອທ່ານຮັກມັນແລ້ວ, ທ່ານຈະຮັກມັນຕະຫຼອດໄປ." - Anthony Bourdain

Anthony Bourdain ກິນອາຫານຢູ່ຫວຽດນາມ

ໃນໄລຍະເລີ່ມຕົ້ນຂອງອາຊີບໂທລະພາບຂອງລາວ, Bourdain ໄດ້ສະແດງໃຫ້ເຫັນຄວາມຮັກທີ່ມີຕໍ່ຫວຽດນາມ, ໂດຍພາຜູ້ຊົມໄປທົວໃນທີມສາຍລັບອ້ອມຮອບພາກເໜືອຂອງປະເທດໃນ ຕອນໜຶ່ງຂອງ No Reservations ທີ່ຊື່ວ່າ “Vietnam: The Island of Mr. Sang". Channeling ຄວາມເປັນ James Bond ໃນໂຕລາວ, Bourdain ໄດ້ຄົ້ນພົບ “squeasel” (ສັດເຄິ່ງກະຮອກເຄິ່ງພຽງພອນ) ແລະ ຍັງໄດ້ຮຽນຮູ້ເຖິງຄວາມເຂັ້ມຂຸ້ນຂອງເຫຼົ້າພື້ນເມືອງ, rượu đế, ເຫຼົ້າຕົ້ມຫວຽດນາມ.

ຫຼັງຈາກນັ້ນບໍ່ເທົ່າໃດຊີຊັນ, ລາວໄດ້ກັບຄືນມາຫວຽດນາມ ເຊິ່ງປຽບເໝືອນການກັບຄືນບ້ານ, ດັ່ງທີ່ຊື່ຕອນໄດ້ບອກໄວ້ວ່າ “Vietnam: There’s No Place Like Home.” ໃນຕອນທ້າຍຂອງຕອນ, ເຮົາໄດ້ເຫັນ Bourdain ຂົບຄິດກ່ຽວກັບຊີວິດຂອງຊາວຕ່າງຊາດທີ່ມາອາໄສຢູ່ທີ່ນີ້. ຕໍ່ມາ, ລາວໄດ້ໄປຢ້ຽມຢາມເມືອງຫຼວງເກົ່າເຫວ້ ໃນລາຍການ Parts Unknown, ເພື່ອລິ້ມລອງອາຫານຕ່າງໆ ເຊັ່ນ cơm hến (ຫອຍນ້ອຍບົດໃສ່ເຂົ້າກຽບງາ) ແລະ Bún bò Huế ອັນເປັນຕຳນານ ໃນຖິ່ນກຳເນີດຂອງມັນ.

Bánh beo ການທ່ອງທ່ຽວຫວຽດນາມ

ຄວາມຮູ້ສຶກຂອງລາວບໍ່ແມ່ນພຽງແຕ່ຄວາມຫຼົງໄຫຼ ຫາກແມ່ນຄວາມຮັກ ແລະ ຄວາມຊື່ນຊົມຢ່າງຈິງໃຈຕໍ່ຫວຽດນາມ ແລະ ປະຊາຊົນຂອງປະເທດນີ້. ໃນຕອນທຳອິດຂອງຊີຊັນທີ 8 ຂອງ Parts Unknown, Bourdain ໄດ້ກັບມາຫວຽດນາມອີກຄັ້ງ, ເຊິ່ງຄັ້ງນີ້ແມ່ນຢູ່ທີ່ເມືອງຫຼວງຮ່າໂນ້ຍ. ມື້ນັ້ນເລີ່ມຕົ້ນດ້ວຍ bún ốc ຢູ່ຂ້າງທາງ, ແລະ ຈົບລົງດ້ວຍການຊົນແກ້ວ bia hơi ຢ່າງມ່ວນຊື່ນ. ແຕ່ໄຮໄລ້ຂອງຕອນນີ້ແມ່ນການປະກົດຕົວຂອງແຂກພິເສດ, ປະທານາທິບໍດີສະຫະລັດ Barack Obama.

ປະທານາທິບໍດີ Obama ແລະ Bourdain ໄດ້ນັ່ງກິນ bún chả ອາຫານຂຶ້ນຊື່ຂອງຮ່າໂນ້ຍ ໃນລາຄາ 70,000 ດົ່ງ. ໃນຂະນະທີ່ Bourdain ປະເມີນເຕັກນິກການໃຊ້ໄມ້ຖູ່ຂອງປະທານາທິບໍດີ, ທັງສອງກໍໄດ້ສ້າງຄວາມຜູກພັນຜ່ານຄວາມຮັກທີ່ມີຄືກັນຕໍ່ພູມິພາກອາຊີຕາເວັນອອກສ່ຽງໃຕ້ ແລະ ຄວາມສຳຄັນຂອງການເປີດກວ້າງທາງວັດທະນະທຳ. ສິ່ງທີ່ແຝງຢູ່ໃນແຕ່ລະຕອນແມ່ນເລື່ອງລາວຂອງຄວາມອ່ອນໂຍນ ແລະ ຄວາມຜູກພັນ ທີ່ອາດຈະບໍ່ແມ່ນສະໄຕລ໌ທົ່ວໄປຂອງ Bourdain, ແຕ່ເຂົ້າໃຈໄດ້ຢ່າງງ່າຍດາຍສຳລັບຜູ້ທີ່ເຄີຍມາຢ້ຽມຢາມ.

Anthony Bourdain ແລະ Obama

ທຸກປະສາດສຳພັດຖືກກະຕຸ້ນຢູ່ທີ່ນີ້.

Bourdain ຍົກຍ້ອງອາຫານທີ່ມີເອກະລັກອັນໂດດເດັ່ນ ແລະ ບໍ່ຈຳເປັນຕ້ອງອາໄສຄວາມຫໍ້ຫຸ້ມຫຼູຫຼາເພື່ອສ້າງຄວາມປະທັບໃຈສະເໝີ, ເຊິ່ງອະທິບາຍເຖິງຄວາມເຄົາລົບນັບຖືເປັນພິເສດຂອງລາວທີ່ມີຕໍ່ອາຫານຫວຽດນາມ. ອາຫານຫວຽດນາມແມ່ນມີຄວາມສົມບູນແບບ, ໃຫ້ຄວາມສົມດຸນ ແລະ ການປະສົມປະສານຂອງລົດຊາດ, ສົມພັດ ແລະ ກິ່ນຫອມ. ອາຫານຫວຽດນາມບໍ່ຈຳເປັນຕ້ອງມີການຕົກແຕ່ງເພີ່ມເຕີມເພື່ອສ້າງຄວາມປະທັບໃຈ.


ພ້ອມທີ່ຈະຕາມຮອຍ Bourdain ອ້ອມຫວຽດນາມແລ້ວຫຼືຍັງ? ນີ້ແມ່ນບາງໄຮໄລ້ສຳລັບລາຍການຂອງທ່ານ.

Anthony Bourdain ຢູ່ຮ້ານ Lunch Lady

Bún bò Huế ຢູ່ຮ້ານ The Lunch Lady ໃນນະຄອນໂຮ່ຈີມິນ

ຮ້ານ Lunch Lady ອັນໂດ່ງດັງ (23 Hoang Sa Street, Phuong Da Kao, District 1, HCMC) ຕັ້ງຢູ່ໃນຮອຍນ້ອຍໆ ທີ່ບໍ່ໄດ້ມີຫຍັງໂດດເດັ່ນຢູ່ທາງເໜືອຂອງເຂດ 1 (District 1). ຝູງຊົນນັກທຸລະກິດຫວຽດນາມ ແລະ ໃນປັດຈຸບັນແມ່ນນັກທ່ອງທ່ຽວ, ໄດ້ມາພົບປະກັນຢູ່ທີ່ນີ້ໃນຊ່ວງເວລາອາຫານທ່ຽງ. ເລືອກນັ່ງໂຕະທີ່ໃກ້ກັບຄົວເຄື່ອນທີ່ທີ່ ທ່ານນາງ Nguyen Thi Thanh ເປັນຜູ້ຄວບຄຸມການເຮັດອາຫານ. ນີ້ແມ່ນທີ່ນັ່ງຊົມການສະແດງລະຄອນທີ່ສົມບູນແບບ ພ້ອມດ້ວຍສຽງມີດຟັກລົງເທິງເຂຽງໄມ້ ແລະ ສຽງຜູ້ຊາຍຮ້ອງສັ່ງອາຫານ.

ເມນູ Bún bò Huế ຂອງ Lunch Lady (40,000 ດົ່ງ) ແມ່ນນ້ຳຊຸບສີເຂັ້ມ ທີ່ອຸດົມໄປດ້ວຍຕີນໝູຕິດມັນ, ເນື້ອເິກງົວສະໄລ້, ແລະ cha lua, ຍໍຫວຽດນາມປະເພດໜຶ່ງ. ກິ່ນຫອມຂອງໝາກນາວ ແລະ ຫົວສິງໄຄ ທີ່ຕົ້ມເຄ່ຽວໃນນ້ຳຊຸບ ໄດ້ສົ່ງກິ່ນຫອມຟົ້ງອອກມາຢ່າງຈະແຈ້ງ.

ບຸ້ນບໍ່ເຫ້ວ ການທ່ອງທ່ຽວຫວຽດນາມ

Bún chả ຢູ່ຮ້ານ Bún chả Hương Liên ໃນ Ha Noi

Bun Cha Obama. ນັ້ນແມ່ນຊື່ທີ່ຮ້ານອາຫານຂະໜາດນ້ອຍແບບໂຮງອາຫານທີ່ຕັ້ງຢູ່ຖະໜົນ Le Van Huu ແຫ່ງນີ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນປະຈຸບັນ. ນັບຕັ້ງແຕ່ຮູບພາບຂອງປະທານາທິບໍດີ Obama ແລະ Anthony Bourdain ນັ່ງຢູ່ເທິງຕັ່ງນ້ອຍໄດ້ຖືກເຜີຍແຜ່ໃນທ້າຍເດືອນພຶດສະພາ 2016, ຮ້ານອາຫານທີ່ທຳມະດາແຫ່ງນີ້ກໍໄດ້ກາຍເປັນຈຸດນັດພົບ bún chả ທີ່ຄຶກຄື້ນທີ່ສຸດຂອງຮ່າໂນ້ຍ. ໃນປະຈຸບັນ, ຮ້ານໄດ້ຈັດສະແດງໂຕ໊ະທີ່ພວກເຂົາເຈົ້ານັ່ງຮັບປະທານອາຫານໄວ້ເປັນຢ່າງດີ ພ້ອມທັງເປີດສາຂາໃໝ່ທີ່ຕັ້ງຊື່ຕາມປະທານາທິບໍດີສະຫະລັດ. ລອງຊິມ “Combo Obama,” ເຊິ່ງປະກອບມີ Bia Hà Nội ເຢັນໆ 1 ຂວດ, bún chả ແລະ ອາຫານທະເລ nem rán, ທັງໝົດນີ້ໃນລາຄາທີ່ຖືກຢ່າງໜ້າເຫຼືອເຊື່ອພຽງ 85,000 VND. 

Anthony Bourdain Bun Cha Hanoi

Bún chả ແມ່ນອາຫານຂອງຊົນຊັ້ນກາງຫວຽດນາມ. ເຖິງຢ່າງໃດກໍຕາມ, ກິ່ນຫອມຂອງມັນ -- ກິ່ນຂອງໝູປີ້ງ -- ແມ່ນລອຍອົບອວນຢູ່ໃນອາກາດ ແລະ ສົ່ງກິ່ນຫອມອອກມາຈາກຮ້ານອາຫານທົ່ວຮ່າໂນ້ຍ. ທ່ານຈະໄດ້ລິ້ມລອງນ້ຳຊຸບຖ້ວຍໃຫຍ່ທີ່ເຮັດຈາກ nước chấm, ນ້ຳຕານ, ແລະ ນ້ຳສົ້ມສາຍຊູ, ພ້ອມດ້ວຍ ໝູປີ້ງ ແລະ ໝູບົດປີ້ງ ລອຍຢູ່ໃນຖ້ວຍ, ເສີບພ້ອມກັບ bún ເສັ້ນຂະໜົມຈີນ ແລະ ຜັກສົດໜຶ່ງຈານ.

Bourdain ຄິດຖືກແລ້ວທີ່ແນະນຳອາຫານຮ່າງທາງເມນູນີ້. ຮ້ານນີ້ແມ່ນສິ່ງທີ່ທ່ານບໍ່ຄວນພາດເມື່ອມາຢາມຮ່າໂນ້ຍ.

anthony bourdain

ເພື່ອວາງແຜນການເດີນທາງທ່ອງທ່ຽວຊິມອາຫານຕາມຮອຍ Bourdain ຢູ່ຫວຽດນາມດ້ວຍໂຕທ່ານເອງ, ນີ້ແມ່ນຮ້ານອາຫານ ແລະ ເມນູທີ່ທ່ານບໍ່ຄວນພາດ:


ຕ້ອງການໄອເດຍການທ່ອງທ່ຽວຫວຽດນາມເພີ່ມເຕີມບໍ? ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ เพื่อຮັບເລື່ອງລາວທີ່ດີທີ່ສຸດສົ່ງກົງເຖິງກ່ອງຂໍ້ຄວາມຂອງທ່ານ.