7 ຮ້ານອາຫານ 1 ດາວ MICHELIN (2 ຮ້ານໃໝ່, ແລະ 1 ຮ້ານທີ່ໄດ້ຮັບການເລື່ອນຊັ້ນຈາກ MICHELIN Selected) ໄດ້ແກ່: Gia, Hibana by Koki, Tầm Vị, Ănăn Saigon, Akuna, La Maison 1888 ແລະ The Royal Pavilion. ໃນຂະນະທີ່ Gia, Hibana by Koki, Tầm Vị, ແລະ Ănăn Saigon ຍັງຄົງຮັກສາຖານະເປັນຮ້ານອາຫານ 1 ດາວ MICHELIN ຈາກການຄັດເລືອກຄັ້ງກ່ອນ, ການຄັດເລືອກ 1 ດາວ MICHELIN ປີ 2024 ໄດ້ຕ້ອນຮັບ 2 ຮ້ານໃໝ່ ແລະ 1 ຮ້ານທີ່ໄດ້ຮັບການເລື່ອນຊັ້ນ: Akuna [ນະຄອນໂຮ່ຈີມິນ], La Maison 1888 [ດານັງ], ແລະ The Royal Pavilion [ນະຄອນໂຮ່ຈີມິນ].
ຮ້ານອາຫານທີ່ໄດ້ຮັບລາງວັນກວມເອົາ 7 ປະເພດອາຫານທີ່ຫຼາກຫຼາຍ: ຫວຽດນາມ, ຝຣັ່ງ, ຍີ່ປຸ່ນ, ຢູໂຣບຮ່ວມສະໄໝ, ກວາງຕຸ້ງ, ອາຫານຮູບແບບ Street food - ເຊິ່ງເປັນການຍອມຮັບຢ່າງຍິ່ງໃຫຍ່ຕໍ່ກັບວົງການອາຫານທີ່ຄຶກຄື້ນຂອງບັນດາເມືອງເຫຼົ່ານີ້, ບ່ອນທີ່ມີອາຫານຄຸນນະພາບດີໃນລາຄາທີ່ເຂົ້າເຖິງໄດ້.
ຢູ່ ຮ່າໂນ້ຍ, 3 ຮ້ານອາຫານ 1 ດາວ MICHELIN ໄດ້ແກ່:
Gia, ຮ້ານອາຫານຫວຽດນາມຮ່ວມສະໄໝ ທີ່ມີເມນູປ່ຽນແປງໄປຕາມລະດູການ ແລະ ໄດ້ຮັບແຮງບັນດານໃຈຈາກມໍລະດົກທາງດ້ານອາຫານຂອງຫວຽດນາມ. ອາຫານທີ່ຖືກຮັງສັນຢ່າງງົດງາມໄດ້ສະແດງໃຫ້ເຫັນເຖິງການປະສົມປະສານລົດຊາດທີ່ລະນຽດອ່ອນຢ່າງລົງໂຕ, ໂດຍມີລົດສົ້ມ ແລະ ຄວາມສໍາຜັດຂອງອາຫານເປັນຕົວຊູໂຮງ, ສ້າງຄວາມປະທັບໃຈຢ່າງຫຼວງຫຼາຍໃຫ້ກັບຜູ້ມາຮັບປະທານ.
Hibana by Koki, ປະສົບການອັນໜ້າຕື່ນຕາຕື່ນໃຈຢູ່ທີ່ເຄົາເຕີ 14 ບ່ອນນັ່ງ ຢູ່ຊັ້ນໃຕ້ດິນຂອງໂຮງແຮມ Capella Hotel. ຜູ້ມາຮັບປະທານອາຫານສາມາດເພີດເພີນໄປກັບອາຫານ ເທັບປັນຍາກິ (teppanyaki) ທີ່ຖືກປຸງແຕ່ງຢ່າງຊຳນານ ແລະ ພິຖີພິຖັນ ເຊິ່ງອຸດົມໄປດ້ວຍລົດຊາດອັນຊັບຊ້ອນໂດຍເຊັຟ Hiroshi Yamaguchi. ເມນູມີຄວາມໂດດເດັ່ນດ້ວຍຄວາມຫຸ່ມເຟືອຍອັນເປັນເອກະລັກ, ສະທ້ອນໃຫ້ເຫັນຈາກວັດຖຸດິບພຣີມ່ຽມທີ່ບິນກົງມາຈາກປະເທດຍີ່ປຸ່ນ ອາທິດລະ 2 ຄັ້ງ ເຊັ່ນ: ຫອຍເປົາຮື້, ກຸ້ງມັງກອນ, ໄຂ່ເມ່ນທະເລ, ເນື້ອງົວ Yaeyama Kyori ແລະ ປູຂົນຮອກໄກໂດ.
Tầm Vị, ຮ້ານຊາແບບຍ້ອນຍຸກສໄຕລ໌ຫວຽດນາມພາກເໜືອ ທີ່ມີຄໍເລັກຊັນເຟີນີເຈີດັ້ງເດີມ ແລະ ປ້າຍຂຽນດ້ວຍມືທີ່ຊວນໃຫ້ຄິດຮອດອະດີດ. ຜູ້ມາຮັບປະທານອາຫານຈະໄດ້ຮັບບໍລິການອາຫານຫວຽດນາມພາກເໜືອ ພ້ອມກັບຕົວເລືອກອາຫານພາກກາງ ແລະ ພາກໃຕ້. ຍໍ້ຫວຽດນາມໃສ່ຫອຍ Chả Ốc ເສີບພ້ອມກັບຜັກສົດ, ຜັກ ແລະ ເສັ້ນເຂົ້າປຸ້ນ ພ້ອມກັບນ້ຳປາ. ແກງປູໃສ່ຜັກປັງ Canh Cua Mồng Tơi ມີລົດຊາດປູທີ່ລະນຽດອ່ອນໃນນ້ຳຊຸບໃສ.
ຢູ່ ນະຄອນໂຮ່ຈີມິນ, 3 ຮ້ານອາຫານ 1 ດາວ MICHELIN ປະກອບມີ:
Ănăn Saigon, ຮ້ານອາຫານຫວຽດນາມຮ່ວມສະໄໝ ທີ່ນຳໂດຍ ເຊັຟ Peter Cuong Franklin. ດ້ວຍເຕັກນິກການປຸງແຕ່ງອາຫານທີ່ທັນສະໄໝ, ລົດຊາດອັນໜ້າດຶງດູດຂອງອາຫານ Street food ໄດ້ດຶງດູດຄວາມສົນໃຈຂອງຜູ້ມາຮັບປະທານອາຫານທຸກຄົນ. ທູນ່າທາທາສົດ, ມິນິພິດຊ່າມອດຊາເຣລ່າມາກັບເປັດໂລດ ແລະ ຜັກຫອມ, ທາໂກ້ກຸ້ງ ແລະ ໝູ, ຫຼື ເຝີເນື້ອງົວວາກິວໃສ່ໄຂກະດູກ ລ້ວນແຕ່ຖືກປຸງແຕ່ງດ້ວຍລົດຊາດ ແລະ ສໍາຜັດທີ່ລົງໂຕ.
Akuna, ໝາຍເຖິງ “ນ້ຳໄຫຼ” ໃນພາສາຊົນເຜົ່າພື້ນເມືອງອົດສະຕຣາລີ, ເປັນການສະທ້ອນເຖິງສິລະປະການປຸງແຕ່ງອາຫານຂອງ ເຊັຟ Sam Aisbett ຢ່າງແທ້ຈິງ. ເຄົາເຕີຂອງເຊັຟ (Chef's Counter) ໃຫ້ມຸມມອງເຕັມຮູບແບບຂອງເຮືອນຄົວເປີດທີ່ແສນມີຊີວິດຊີວາ, ນຳທ່ານເຂົ້າສູ່ໃຈກາງຂອງບັນຍາກາດໂດຍກົງ ຫຼື ຈະນັ່ງຢູ່ແຄມໜ້າຕ່າງທີ່ມີວິວອັນງຽບສະຫງົບຂອງແມ່່ນ້ຳໄຊງ່ອນ (Saigon River). ເມນູໄດ້ຮັບແຮງບັນດານໃຈຈາກ “ຄວາມວຸ່ນວາຍທີ່ງົດງາມ” ຂອງນະຄອນໂຮ່ຈີມິນ ແລະ ຄວາມຮັ່ງມີຂອງວັດທະນະທຳຫວຽດນາມ, ອາຫານຢູໂຣບສ້າງສັນທີ່ມີກິ່ນອາຍຂອງຫວຽດນາມ ພ້ອມກັບມີການຈັບຄູ່ ໄວນ໌ ອົດສະຕຣາລີ ແລະ ໄວນ໌ ນານາຊາດ.
Royal Pavilion, ຕັ້ງຢູ່ໃນໜຶ່ງໃນໂຮງແຮມຫູຫລາ, Royal Pavilion ຖືກຕົກແຕ່ງດ້ວຍງານຫີນຢົກ, ຮູບແຕ້ມສາກຈີນດັ້ງເດີມດ້ວຍທອງຄຳແຜ່ນ ແລະ ບ່ອນນັ່ງທີ່ປະດັບປະດາຢ່າງວິຈິດບັນຈົງ. ເສີບອາຫານຫຼາກຫຼາຍຮູບແບບທັງ à la carte ແລະ ເຊັດເມນູ ທີ່ເຄົາລົບມໍລະດົກທາງດ້ານອາຫານຂອງກວາງຕຸ້ງ. ເມນູ ຕິ່ມຊຳ (dim sum) ເສີບສະເພາະໃນຊ່ວງເວລາອາຫານທ່ຽງເທົ່ານັ້ນ.
ດານັງ, ເມືອງໃໝ່ໃນ MICHELIN Guide Vietnam, ໄດ້ເພີ່ມ 1 ຮ້ານອາຫານເຂົ້າໃນລາຍຊື່ຮ້ານອາຫານ 1 ດາວ MICHELIN.
La Maison 1888, ຄອນເຊັບການຮັບປະທານອາຫານລະດັບໄຮເອັນ (upmarket) ທີ່ຊ່ອນຕົວຢູ່ໃນຄະຫາສະຖານ. ຮ້ານອາຫານທີ່ເສີບ ເຊັດເມນູ 5 ຫຼື 7 ຄອຣ໌ສ ໂດຍນຳໃຊ້ອົງປະກອບ ແລະ ວັດຖຸດິບຊັ້ນເລີດຈາກຫວຽດນາມ, ຝຣັ່ງ ແລະ ຍີ່ປຸ່ນ. ຂີ່ກະເຊົ້າລອຍຟ້າຂຶ້ນເນີນເຂົາເພື່ອໄປຫາ La Maison 1888.




