ກິນເສັ້ນເປັນອາຫານເຊົ້າ, ອາຫານທ່ຽງ, ແລະ ອາຫານຄ່ຳບໍ? ຢູ່ ຫວຽດນາມ, ພວກເຮົາເວົ້າວ່າ, “ເປັນຫຍັງຈະບໍ່ໄດ້?” ບໍ່ວ່າຈະຮ້ອນ ຫຼື ເຢັນ, ນ້ຳ ຫຼື ແຫ້ງ, ສົດ ຫຼື ທອດ, ພວກເຮົາຮັກ ເສັ້ນຂອງພວກເຮົາ (ແລະ ພວກເຮົາຄິດວ່າທ່ານກໍຈະຮັກຄືກັນ.) ສຳລັບນັກຊິມອາຫານທີ່ມາຢາມປະເທດນີ້, ໂລກຂອງເສັ້ນຫວຽດນາມ ເປັນສະຖານທີ່ທີ່ກວ້າງໃຫຍ່ ແລະ ໜ້າດຶງດູດ, ເຕັມໄປດ້ວຍການຄົ້ນພົບທີ່ໜ້າປະຫຼາດໃຈ ແລະ ຊ່ວງເວລາແຫ່ງຄວາມສຸກ. ອ່ານຕໍ່ເພື່ອເບິ່ງຄຳແນະນຳເຈາະລຶກກ່ຽວກັບເສັ້ນຢູ່ ຫວຽດນາມ, ພ້ອມທັງອາຫານທີ່ຕ້ອງລອງຊິມໃນລະຫວ່າງການມາຢ້ຽມຢາມຂອງທ່ານ.
ປະເພດຕົ້ນຕໍຂອງເສັ້ນຫວຽດນາມ
ບົດທີ 01 —
Phở (ເສັ້ນເຝີແປນນຶ່ງ)
ຄືກັນກັບອາຫານຫຼັກຫຼາຍຢ່າງຂອງຫວຽດນາມ, ເສັ້ນ phở ແມ່ນເຮັດມາຈາກເຂົ້າ ແຕ່ບໍ່ຄືກັບເສັ້ນອື່ນໆ, ເສັ້ນເຫຼົ່ານີ້ມີລັກສະນະແປ ແລະ ເປັນຮູບສີ່ແຈສາກ, ເຮັດໃຫ້ມີຄວາມໜາແໜ້ນກວ່າສຳລັບອາຫານທີ່ອີ່ມທ້ອງ. ທ່ານອາດຈະຮູ້ຈັກ phở bò ຫຼື phở gà, ນ້ຳຊຸບທີ່ປະນີດຈາກຫວຽດນາມພາກເໜືອ ທີ່ຄົນທ້ອງຖິ່ນທົ່ວປະເທດມັກກິນເປັນອາຫານເຊົ້າ. ເມື່ອຢູ່ ຮ່າໂນ້ຍ, ທ່ານຍັງສາມາດລອງກິນເສັ້ນ phở ໃນອາຫານຜັດ ແລະ ມ້ວນສົດໄດ້ອີກດ້ວຍ.
ບົດທີ 02 —
Bún (ເສັ້ນເຂົ້າປຸ້ນກົມນຶ່ງ)
Bún ແມ່ນໜຶ່ງໃນເສັ້ນທີ່ສາມາດນຳໄປປຸງແແຕ່ງໄດ້ຫຼາກຫຼາຍທີ່ສຸດຂອງຫວຽດນາມ. ຄວາມສົ້ມເລັກນ້ອຍທີ່ມາຈາກໃບໄມ້ທີ່ໃຊ້ໃນຂະບວນການນຶ່ງ ແມ່ນຊ່ວຍປັບສົມດຸນກັບນ້ຳແຈ່ວລົດຊາດເຄັມ ແລະ ຫວານຂອງຫວຽດນາມໄດ້ຢ່າງສົມບູນແບບ. ເສັ້ນສີຂາວດັ່ງຫິມະນີ້ມີລັກສະນະນ້ອຍ ແລະ ກົມ ພ້ອມຄວາມນຸ້ມນວນ, ຖືກນຳມາປຸງແຕ່ງໃນເມນູນ້ຳຊຸບເສັ້ນທີ່ມີຊື່ສຽງ, ແລະ ເປັນສ່ວນປະກອບແປ້ງທີ່ເບົາບາງສຳລັບຍໍ້ຂາວ ແລະ ສະຫຼັດເສັ້ນກັບຊີ້ນຢ້າງ.
ບົດທີ 03 —
Miến (ເສັ້ນຮ້ອນແຫ້ງ)
ຢູ່ ຫວຽດນາມ ‘miến’ ໝາຍເຖິງເສັ້ນຮ້ອນໃສ ຫຼື ເສັ້ນວຸ້ນ. ເສັ້ນເຫຼົ່ານີ້ມີລັກສະນະນ້ອຍ ແລະ ເປັນທໍ່ກົມ, ມີເນື້ອສຳພັດທີ່ໜຽວນຸ້ມເລັກນ້ອຍ. Mien ຖືກຕົ້ມໃນນ້ຳຊຸບ ເຊັ່ນ: miến gà (ເສັ້ນຮ້ອນໃສ່ໄກ່), ຕຽມເປັນສ່ວນປະກອບຫຼັກໃນອາຫານ ເຊັ່ນ: miến lươn trộn (ເສັ້ນຮ້ອນແຫ້ງໃສ່ອ່ຽນກອບ), ຫຼື ໃຊ້ເປັນໄສ້ສຳລັບຂອງກິນຫຼິ້ນທອດ ເຊັ່ນ: bánh gối (ຂະໜົມປັອບພອກໄສ້ໝູ ແລະ ເຫັດ.)
ບົດທີ 04 —
Mì (ເສັ້ນໝີ່ແປ້ງສາລີ ຫຼື ເສັ້ນໝີ່ໄຂ່)
Mì ແມ່ນຊື່ພາສາຫວຽດນາມສຳລັບເສັ້ນໝີ່ແປ້ງສາລີນ້ອຍ. ເສັ້ນເຫຼົ່ານີ້ມັກຈະຖືກປະສົມກັບໄຂ່ແດງເພື່ອເພີ່ມສີເຫຼືອງ, ຈາກນັ້ນກໍນຳໄປຕາກແຫ້ງ ຫຼື ຕົ້ມໃຫ້ສຸກພໍດີໃນນ້ຳຊຸບຮ້ອນ. ເສັ້ນ Mì ຫາໄດ້ງ່າຍທີ່ສຸດຕາມຮ້ານແຜ່ນລອຍທີ່ເສີບ mì vằn thắn, ເຊິ່ງແມ່ນເກ້ຍວນ້ຳຊຸບເສັ້ນໝີ່ແບບຫວຽດນາມ ທີ່ປະສົມປະສານນ້ຳຊຸບຫອມບົ່ວສົດ ແລະ ຫອມແດງ, ໝູແດງ, ແລະ ໄຂ່ຕົ້ມຝານ.
ເຕັກນິກການປຸງແຕ່ງ ແລະ ການຕຽມອາຫານ
ບົດທີ 05 —
ສະຫຼັດເສັ້ນ
ເມື່ອອາກາດຮ້ອນຂຶ້ນ, ຄົນຫວຽດນາມຈະຄາຍຮ້ອນດ້ວຍເມນູເສັ້ນເບົາໆ ແລະ ຜັກສົດ, ຜັກຫອມກອບໆກຳໃຫຍ່. ສຳລັບອາຫານທ່ຽງໃນວັນທີຮ້ອນຂອງລະດູຮ້ອນ, ລອງຊິມ bún chả ຫຼື bún thịt nướng. ທັງສອງເມນູນີ້ມີໝູຢ້າງເປັນຕົວເອກ ວາງຢູ່ເທິງເສັ້ນ bún ແຫ້ງ, ພ້ອມດ້ວຍຜັກສະຫຼັດຝານ, ຜັກຫອມ ແລະ ນ້ຳປາລົດຊາດກົມກ່ອມ ທີ່ຊ່ວຍຜະສານທຸກສ່ວນປະກອບເຂົ້າກັນ.
ບົດທີ 06 —
ເມນູເສັ້ນນ້ຳ
ມີການເວົ້າເຖິງ phở bò ທີ່ມີຊື່ສຽງຂອງຫວຽດນາມຢ່າງຫຼາກຫຼາຍ, ແຕ່ທ່ານຈະຍິນດີທີ່ໄດ້ຮູ້ວ່າ ຍັງມີເມນູເສັ້ນນ້ຳຊຸບອື່ນໆອີກຫຼາກຫຼາຍຊະນິດທີ່ຄອງຖ້າທ່ານຢູ່ ຫວຽດນາມ. ອາຫານປະເພດນ້ຳຊຸບທີ່ຄວນມີຢູ່ໃນລາຍຊື່ທີ່ຕ້ອງລອງຂອງຫວຽດນາມ ໄດ້ແກ່ bún bò Huế, hủ tiếu Nam Vang, ແລະ bún riêu. ເມນູເສັ້ນນ້ຳໃນຫວຽດນາມ ມັກຈະຖືກປຸງລົດຊາດຕາມໃຈຊອບຢູ່ໂຕະ, ດ້ວຍໝາກນາວ, ໝາກເພັດ, ແລະ ຜັກຫອມ.
ບົດທີ 07 —
ເມນູມ້ວນເສັ້ນ
ຄົນຫວຽດນາມໄດ້ປັບປຸງສິລະປະຂອງເມນູມ້ວນຊິ້ນນ້ອຍແຕ່ລົດຊາດເຂັ້ມຂຸ້ນໃຫ້ສົມບູນແບບ. ເສັ້ນສົດແມ່ນສ່ວນປະກອບເນື້ອສຳພັດທີ່ສຳຄັນໃນເມນູມ້ວນທີ່ໜ້າແຊບຊ້ອຍຂອງຫວຽດນາມ, ລວມທັງ nem lụi, bò bía, ແລະ gỏi cuốn. ທົ່ວປະເທດ ທ່ານຍັງຈະໄດ້ເຫັນປາສົດ — ທອດ ຫຼື ຢ້າງ — ເສີບຄູ່ກັບເສັ້ນ ແລະ ຜັກຫຼາກຫຼາຍຊະນິດ ທີ່ອອກແບບມາສຳລັບການມ້ວນດ້ວຍມື ແລະ ຈິ້ມນ້ຳປາ.
ບົດທີ 08 —
ເສັ້ນຜັດ
ເສັ້ນຜັດ — ທີ່ຮ້ອງວ່າ mì xào — ແມ່ນເປັນທີ່ຊອບໃຈເມື່ອປຸງແຕ່ງຕາມແບບທ້ອງຖິ່ນ: ຜັກທີ່ສົດທີ່ສຸດ, ຜັດກັບຫົວຫອມ, ຊີ້ນ, ຫຼື ອາຫານທະເລ, ຕົກແຕ່ງດ້ວຍໃບຜັກຫອມປ້ອມ ແລະ ເສີບຄູ່ກັບຊີອິ້ວປະສົມໝາກເພັດ. ທ່ານອາດຈະມັກຄົ້ນຫາ phở chiên phồng: ເສັ້ນເຝີຮູບສີ່ແຈທອດກອບ, ໂຮຍດ້ວຍໝາກເລັ່ນສຸກ, ຜັກກາດກວ້ອງຕຸ້ງ, ຊີ້ນງົວ ແລະ ນ້ຳເກຣວີ.
ເມນູເສັ້ນທີ່ມີເອກະລັກສະເພາະຕົວ
ບົດທີ 09 —
Mì Quảng
ເສັ້ນເຫຼົ່ານີ້ຈາກເຂດ Quảng Nam ຢູ່ ຫວຽດນາມພາກກາງ ແມ່ນມີເອກະລັກສະເພາະຕົວ. ອາຫານແຕ່ລະຖ້ວຍປະກອບດ້ວຍເສັ້ນເຂົ້າແປກວ້າງໜຶ່ງກຳມື, ນ້ຳຊຸບຖົ່ວດິນໜຶ່ງກະຈວຍ, ໝູຝານ, ກຸ້ງຕົ້ມ, ຜັກສະຫຼັດສົດ, ໄຂ່ກະທາ ແລະ ເຂົ້າເກຣບງາ. ຊອກຫາ Mì Quảng ໄດ້ຕາມຊອຍ ແລະ ຮ້ານອາຫານໃນ Đà Nẵng ແລະ Hội An.
ບົດທີ 10 —
Bánh đa đỏ
ເສັ້ນຮູບສີ່ແຈທີ່ໜຽວນຸ້ມ, ບາງ ແລະ ຢືດຢຸ່ນນີ້ ມີຕົ້ນກຳເນີດມາຈາກນະຄອນ Hải Phòng ຕາມແຄມຝັ່ງທະເລພາກເໜືອ. ການປະສົມປະສານພິເສດຂອງຄາຣາເມນ ແລະ ຝຸ່ນໝາກຟັກເຂົ້າ (gấc) ເຮັດໃຫ້ເສັ້ນມີສີນ້ຳຕານທີ່ໂດດເດັ່ນ. ທ່ານສາມາດຊູດເສັ້ນນີ້ກັບນ້ຳຊຸບປູ ແລະ ໝາກເລັ່ນ ຫຼື ນ້ຳຊຸບປາ ແລະ ຜັກຊີລາວ ໄດ້ຕາມຮ້ານອາຫານຢູ່ ຫວຽດນາມພາກເໜືອ.
ບົດທີ 11 —
Bánh canh
ເສັ້ນແປ້ງມັນຕົ້ນໜາໆເຫຼົ່ານີ້ມີຊື່ສຽງໜ້ອຍກວ່າເສັ້ນກ໋ວຍຕ່ຽວຫວຽດນາມອື່ນໆຫຼາຍຊະນິດ ແຕ່ກໍຄຸ້ມຄ່າທີ່ຈະໄດ້ລອງຍ້ອນຄວາມມື່ນນຸ້ມອະລ່ອຍຂອງມັນ. ສູດໃສ່ເນື້ອທີ່ເຮັດດ້ວຍຄາໝູ, ຍໍ ແລະ ປູ ເປັນທີ່ນິຍົມໃນຫຼາຍພາກສ່ວນຂອງຫວຽດນາມ. ໃນເຂດສາມຫຼ່ຽມປາກແອ່ງແມ່ຮ່ອງ, ຊຸບ bánh canh ເປັນອາຫານເຊົ້າທີ່ມີໂພຊະນາການ ທີ່ປຸງແຕ່ງດ້ວຍປານ້ຳຈືດ, ນ້ຳຊຸບກະດູກປາທີ່ກົມກ່ອມ, ແລະ ຜັກຫອມສົດທີ່ປຸງແຕ່ງຢ່າງພໍດີ.
ບົດທີ 12 —
Cao lầu
cao lầu ຂອງແທ້ສາມາດຫາຊິມໄດ້ຢູ່ເມືອງທ່າການຄ້າເກົ່າ Hội An ເທົ່ານັ້ນ. ເສັ້ນທີ່ມີລັກສະນະຄ້າຍຄືອູດົ່ງເຫຼົ່ານີ້ ຕາມດັ້ງເດີມແມ່ນໄດ້ຖືກແຊ່ໃນນ້ຳສ້າງໃນທ້ອງຖິ່ນທີ່ອຸດົມດ້ວຍແຮ່ທາດ, ເຊິ່ງເຮັດໃຫ້ມີເນື້ອສຳພັດ ແລະ ຮົດຊາດທີ່ບໍ່ສາມາດເລຽນແບບໄດ້. ນ້ຳຊອດກົມກ່ອມທີ່ມີກິ່ນຫອມຂອງຫົວສິງໄຄແມ່ນຖືກເທລົງເທິງເສັ້ນ ແລະ ຖົ່ວງອກ, ແລ້ວໂລດໜ້າດ້ວຍໝູຢ້າງຊິ້ນ ແລະ ຜັກຂຽວ.



