ຫວຽດນາມ ໄດ້ເອົາຊະນະຄູ່ແຂ່ງທີ່ແຂງແກ່ນຫຼາຍປະເທດ ເຊັ່ນ: ອາກເມນີ, ບຣາຊິນ, ອີຢິບ, ກຣີຊ, ຍີ່ປຸ່ນ ແລະ ຊາອຸດິດ ອາຣາບີ ເພື່ອຄວ້າລາງວັນ ຈຸດໝາຍປາຍທາງມໍລະດົກຊັ້ນນໍາຂອງໂລກ ປະຈໍາປີ 2023.
ລາງວັນນີ້ສະແດງໃຫ້ເຫັນເຖິງຄຸນຄ່າອັນໂດດເດັ່ນໃນລະດັບໂລກ ແລະ ຄວາມດຶງດູດຂອງມໍລະດົກທາງວັດທະນະທໍາຂອງປະເທດ ຕໍ່ປະຊາຄົມລະຫວ່າງຊາດ.
ເມືອງເກົ່າຮອຍອັນ
ນອກຈາກຄວາມງາມອັນກວ້າງໃຫຍ່ໄພສານຂອງພູຜາ, ປ່າໄມ້, ທະເລ ແລະ ເກາະດອນແລ້ວ, ຫວຽດນາມ ຍັງມີແຫຼ່ງມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາໂລກ ທີ່ໄດ້ຮັບການຮັບຮອງຈາກ UNESCO, ໂບຮານສະຖານທາງປະຫວັດສາດ ແລະ ວັດທະນະທໍາ ທີ່ຕິດພັນກັບງານບຸນປະເພນີ, ໝູ່ບ້ານຫັດຖະກໍາທີ່ມີມາແຕ່ດົນນານ, ອາຫານອັນແຊບຊ້ອຍ, ຜົນງານທາງດ້ານສະຖາປັດຕະຍະກໍາ ທີ່ມີຄຸນຄ່າທາງປະຫວັດສາດອັນອຸດົມສົມບູນ...
ມໍລະດົກແຕ່ລະປະເພດລ້ວນແຕ່ມີຄວາມງາມ ແລະ ເລື່ອງລາວອັນເປັນເອກະລັກຂອງຕົນເອງ. ທັງໝົດນີ້ໄດ້ຮ່ວມກັນສ້າງຄວາມດຶງດູດອັນໜ້າອັດສະຈັນ ໃຫ້ແກ່ນັກທ່ອງທ່ຽວຈາກທົ່ວໂລກ.
ຕັ້ງແຕ່ ຮ່າໂນ້ຍ - ເມືອງຫຼວງທີ່ມີອະລິຍະທໍາອາຍຸພັນໆປີ, ແຫຼ່ງມໍລະດົກທາງທໍາມະຊາດໂລກ ອ່າວຮາລອງ, ມູນມໍລະດົກທາງທັດສະນີຍະພາບ ຈ່າງອານ, ແຫຼ່ງມໍລະດົກທາງວັດທະນະທໍາໂລກ ປ້ອມປາການລາຊະວົງໂຮ, ເມືອງເກົ່າ ຮອຍອັນ, ປູຊະນີຍະສະຖານ ໝີ່ເຊີນ, ໝູ່ໂບຮານສະຖານເມືອງ ເວ້ … ລະບົບມໍລະດົກທີ່ອຸດົມສົມບູນຂອງຫວຽດນາມ ແມານຫຼັກຖານຢັ້ງຢືນເຖິງ ປະເທດຫວຽດນາມ ອັນຍິ່ງໃຫຍ່ ແລະ ງົດງາມ ທີ່ມີທິວທັດທໍາມະຊາດປະສົມປະສານກັນຢ່າງກົມກຽວ, ອັດຕະລັກຂອງຊາດທີ່ຫຼາກຫຼາຍ, ພ້ອມທັງປະຫວັດສາດທາງວັດທະນະທໍາທີ່ຍາວນານ.
ໝູ່ໂບຮານສະຖານເມືອງເວ້




