Vietnam Tourism

  • ຫວຽດນາມອອກວີຊາອີເລັກໂທຣນິກໃຫ້ພົນລະເມືອງທຸກປະເທດ/ເຂດແຄວ້ນ

ເລີ່ມແຕ່ວັນທີ 15 ສິງຫາ 2023, ພົນລະເມືອງຂອງທຸກປະເທດ ແລະ ເຂດແຄວ້ນທົ່ວໂລກ ສາມາດສະໝັກວີຊາອີເລັກໂທຣນິກ (e-visas) ເພື່ອເຂົ້າປະເທດຫວຽດນາມ ແລະ ເພີດເພີນກັບໄລຍະເວລາວີຊາອີເລັກໂທຣນິກ 90 ວັນ, ເຊິ່ງສາມາດເຂົ້າອອກໄດ້ຫຼາຍຄັ້ງ.

 


ຊາວຕ່າງປະເທດຖ່າຍຮູບຢູ່ໜ້າຮ້ານຄ້າທ້ອງຖິ່ນ ຮ່າໂນ້ຍ ຊາໂປ

 

ຄົນຕ່າງປະເທດທີ່ມີວີຊາອີເລັກໂທຣນິກ (e-visas) ສາມາດເຂົ້າປະເທດຫວຽດນາມ ຜ່ານດ່ານຊາຍແດນສາກົນດັ່ງຕໍ່ໄປນີ້:

13 ສະໜາມບິນສາກົນ: Noi Bai (ຮ່າໂນ້ຍ), Tan Son Nhat (ນະຄອນໂຮ່ຈີມິນ), Cam Ranh (ແຂວງແຄ໋ງຮວ່າ), ດານັງ, Cat Bi (ໄຮຟອງ), Can Tho, Phu Quoc (ແຂວງກຽນຢາງ), Phu Bai (ແຂວງເຖືອທຽນເຫວ), Van Don (ແຂວງກວາງນິງ), Tho Xuan (ແຂວງແທງຮວ່າ), Dong Hoi (ແຂວງກວາງບິ່ງ), Phu Cat (ແຂວງບິ່ງດິ່ງ), Lien Khuong (ແຂວງລຳດົງ).

16 ດ່ານຊາຍແດນທາງບົກ: Tay Trang (ດ້ຽນບຽນ), Mong Cai (ກວາງນິງ), Huu Nghi (ລາງເຊີນ), ລາວໄກ, Na Meo (ແທງຮວ່າ), Nam Can (ເງະອານ), Cau Treo (ຮ່າຕິ້ງ), Cha Lo (ກວາງບິ່ງ), La Lay ແລະ Lao Bao (ກວາງຈິ), Bo Y (ກອນຕູມ), Moc Bai ແລະ Xa Mat (ໄຕນິງ), Tinh Bien ແລະ Vinh Xuong (ອານຢາງ), Ha Tien (ກຽນຢາງ).

13 ດ່ານຊາຍແດນທາງທະເລ: Hon Gai ແລະ Cam Pha (ກວາງນິງ), ໄຮຟອງ, Nghi Son (ແທງຮວ່າ), Vung Ang (ຮ່າຕິ້ງ), Chan May (ເຖືອທຽນເຫວ), ດານັງ, Nha Trang (ແຄ໋ງຮວ່າ), Quy Nhon (ບິ່ງດິ່ງ), Dung Quat (ກວາງງາຍ), Vung Tau (ບ່າເຣຍ - ຫວຸງເຕົ່າ), ນະຄອນໂຮ່ຈີມິນ, Duong Dong (ກຽນຢາງ).

ດ້ວຍຂັ້ນຕອນທີ່ວ່ອງໄວເຫຼົ່ານີ້, ສິ່ງທີ່ທ່ານຕ້ອງການແມ່ນການກະກຽມກະເປົາຂອງທ່ານ ແລະ ມາຫວຽດນາມ ເພື່ອເພີດເພີນຢ່າງເຕັມທີ່.