ຢູ່ ຫວຽດນາມ, ການອອກເດດທີ່ແສນໂຣແມນຕິກແມ່ນມີຫຼາຍກວ່າອາຫານຄ່ຳໃຕ້ແສງທຽນ. ບໍ່ວ່າທ່ານຈະມັກວິວທິວທັດທີ່ງົດງາມຂອງນາຂັ້ນໄດ ຫຼື ການລ່ອງເຮືອໃນອ່າວທີ່ສວຍງາມຕາທີ່ເຕັມໄປດ້ວຍເຂົາຫີນປູນ, ຫວຽດນາມ ກໍມີວິທີອັນວິເສດຢ່າງຫຼວງຫຼາຍທີ່ຈະສະຫຼອງໂອກາດພິເສດກັບຄົນພິເສດຂອງທ່ານ. ດ້ານລຸ່ມນີ້ແມ່ນ 7 ຈຸດໝາຍປາຍທາງທີ່ໂຣແມນຕິກທີ່ສຸດ ໃນຫວຽດນາມ.
ບົດທີ 01 —
ຮອຍອານ (Hội An)
ເປັນທີ່ຮູ້ຈັກກັນດີໃນເລື່ອງດອກເຟື້ອງສີຊົມພູອັນສົດໃສ ແລະ ຝາກຳແພງສີເຫຼືອງແບບຄລາສສິກ, ເມືອງເກົ່າ ຮອຍອານ (Hội An) ບໍ່ມີວັນຂາດບ່ອນອອກເດດທີ່ໜ້າຮັກ. ເດືອນໃນລະດູຮ້ອນແມ່ນມີສີສັນເປັນພິເສດ, ໂດຍມີດອກໄມ້ນານາພັນທີ່ເບີກບານສະແດງສີສັນອັນສົດໃສ ເຊິ່ງລວມມີ ດອກເລັບມືນາງ, ດອກຄູນ, ດອກຫາງນົກຍູງ, ແລະ ດອກເຟື້ອງອີກສາມສາຍພັນທີ່ແຕກຕ່າງກັນ. ໃນຕອນເວັນ, ທ່ານສາມາດຂີ່ເຮືອເລາະຕາມແຄມແມ່ໜ້ຳຮວ່າຍ (Hoài River) ເພື່ອແບ່ງປັນຊ່ວງເວລາທີ່ແສນສະຫົບ, ຫຼື ເຊົ່າລົດຖີບຂີ່ໄປຫາຊາຍຮາດອານບ່າງ (An Bàng), ຜ່ານທົ່ງນາອັນກວ້າງໃຫຍ່ ແລະ ຝູງຄວາຍທີ່ເລັມຫຍ້າຕາມທາງ.
ໃນຕອນ ກາງຄືນ, ໂຄມໄຟຜ້າໄໝ ແລະ ໂຄມໄຟເຈ້ຍຈະໄຮ້ແສງສະຫວ່າງທົ່ວເມືອງ ແລະ ເຮັດໃຫ້ຖະໜົນຫົນທາງມີແສງລະຢິບລະຍັບ. ທ່ານຈະພົບເຫັນທັງສອງຝັ່ງຂອງແມ່ໜ້ຳຮວ່າຍ ເຕັມໄປດ້ວຍຮ້ານອາຫານ ແລະ ຄາເຟ່ທີ່ແສນອົບອຸ່ນ ບ່ອນທີ່ທ່ານທັງສອງສາມາດເພີດເພີນກັບບັນຍາກາດອັນງົດງາມນີ້ໄດ້ຢ່າງເຕັມທີ່.
ບົດທີ 02 —
ເຫວ້ (Huế)
ອະດີດເມືອງຫຼວງເກົ່າຂອງຫວຽດນາມ ເປັນສະຖານທີ່ທີ່ມີບັນຍາກາດດີຫຼາຍສຳລັບຄູ່ຮັກທີ່ມັກການຄົ້ນຫາວັດທະນະທຳ ແລະ ປະຫວັດສາດ. ພະລາຊະວັງເກົ່າຂອງເມືອງ ເຫວ້ (Huế) ແລະ ສຸສານຂອງບັນດາກະສັດ ຫງວຽນ ແມ່ນມໍລະດົກທີ່ໄດ້ຮັບການປົກປັກຮັກສາໄວ້ເປັນຢ່າງດີທີ່ສຸດຂອງປະເທດ. ເຖິງວ່າຈະເປັນທີ່ນິຍົມ, ແຕ່ສະຖານທີ່ທ່ອງທ່ຽວໃນເມືອງເຫວ້ ກໍຍັງສາມາດຮັກສາບັນຍາກາດທີ່ເຢັນສະບາຍ ແລະ ສະຫົບງົບເງົາໄວ້ໄດ້. ຮຽນຮູ້ກ່ຽວກັບມໍລະດົກລາຊະວົງຂອງຫວຽດນາມ ໃນຂະນະທີ່ຍ່າງເລາະທ່ຽວຊົມທ່າມກາງດອກຈຳປາ, ຮູບປັ້ນຫີນໂບຮານ, ຂີ່ເຮືອຊົມພຣະອາທິດກົດດິນໃນແມ່ໜ້ຳຫອມ (Perfume River), ຫຼື ຮັບປະທານອາຫານຢ່າງມີສະໄຕລ໌ຢູ່ຮົ່ງແຮມສຸດຫຣູໃນຍຸກອານານິຄົມຕາມແຄມຝັ່ງແມ່ໜ້ຳ.
ຈາກ ຕົວເມືອງ, ການຂີ່ລົດໄລຍະສັ້ນໆ ຈະພາທ່ານໄປຫາໂນນພູ ທຽນອານ (Thiên An Hill) ທີ່ປົກຄຸມດ້ວຍຕົ້ນປົນ. ຈັດກ່ອງອາຫານປິກນິກໄປນຳ ແລ້ວທ່ານທັງສອງກໍສາມາດຜ່ອນຄາຍໃຊ້ເວລາທີ່ຄ່ອຍໆ ຜ່ານໄປຢ່າງຊ້າໆ ຢູ່ກ້ອງຮົ່ມໄມ້. ທີ່ຈິງແລ້ວ, ວິຖີຊີວິດແບບຊ້າໆ (slow living) ແມ່ນມີຢູ່ທຸກບ່ອນ ບໍ່ວ່າທ່ານຈະຢູ່ໃສໃນເມືອງເຫວ້.
ບົດທີ 03 —
ຟູກວົກ (Phú Quốc)
ສຳລັບການຈິບເຄື່ອງດື່ມຊົມພຣະອາທິດກົດດິນຢູ່ແຄມຮາດຊາຍທີ່ດີທີ່ສຸດ, ໃຫ້ມຸ່ງໜ້າໄປທີ່ ເກາະຟູກວົກ (Phú Quốc Island). ສວງສະຫວັນເຂດຮ້ອນแห่งນີ້ມີວິວພຣະອາທິດກົດດິນທີ່ແສນວິເສດໃນໂທນສີທອງ, ສີຊົມພູ, ແລະ ສີມ່ວງ. ຣີສອດຢ່າງ InterContinental Phu Quoc Long Beach Resort ແມ່ນພ້ອມບໍລິການຢ່າງເຕັມທີ່ສຳລັບຄູ່ຮັກທີ່ຕ້ອງການດິນເນີສ່ວນຕົວຢູ່ແຄມຮາດ, ແຕ່ທ່ານກໍຍັງສາມາດເພີດເພີນກັບວິວພຣະອາທິດກົດດິນທີ່ສວຍງາມຢູ່ບ່ອນທີ່ໂດດເດັ່ນ ເຊັ່ນ Rock Island Club ຫຼື Sailing Club.
ແນ່ນອນ ວ່າ, ເມື່ອເວົ້າເຖິງຄວາມໂຣແມນຕິກ, ການຍ່າງເລາະຕາມແຄມຮາດຊາຍແບບງ່າຍໆ ກໍຍັງຄົງເປັນຄວາມຄລາສສິກສະເໝີ. ຮາດຊາຍ ອົງລ້າງ (Ông Lang Beach) ເຕັມໄປດ້ວຍຕົ້ນປົນທີ່ພັດໄຫວຕາມລົມ ແລະ ໃຫ້ບັນຍາກາດທີ່ຜ່ອນຄາຍ, ເຮັດໃຫ້ມັນເປັນບ່ອນທີ່ເໝາະສົມຢ່າງຍິ່ງສຳລັບການຍ່າງເລາະຢ່າງສະຫົບ.
ບົດທີ 04 —
ຮ່າໂນ້ຍ (Ha Noi)
ມີເຫດຜົນທີ່ ຮ່າໂນ້ຍ (Ha Noi) ຖືກນຳໄປຮ້ອງໃນເພງຮັກຂອງຫວຽດນາມຢ່າງຫຼວງຫຼາຍ. ເມືອງຫຼວງแห่งນີ້ອົບອວນໄປດ້ວຍຄວາມໂຣແມນຕິກ. ຄົ້ນພົບຄາເຟ່ສະໄຕລ໌ວິນເທດທີ່ຊ່ອນຢູ່ໃນຊອຍທີ່ມີຕົ້ນໄມ້ຮົ່ມເຢັນ, ຫຼື ຍ່າງເລາະຕາມແຄມໜອງນ້ຳຫຼາຍแห่งທີ່ມີລົມພັດເຢັນສະບາຍທົ່ວເມືອງ. ໃນລະດູໃບໄມ້ຫຼົ່ນ, ເມື່ອຮ່າໂນ້ຍອາບໄຮ້ດ້ວຍແສງແດດອັນສົດໃສ ແລະ ໃບໄມ້ສີທອງ, ຂີ່ລົດຊິກໂລ (cyclo) ເພື່ອທ່ຽວຊົມເຂດເມືອງເກົ່າ (Old Quarter). ທ່ານຈະເຫັນຄູ່ບ່າວສາວທ້ອງຖິ່ນກຳລັງດື່ມດ່ຳກັບບັນຍາກາດໂດຍການຖ່າຍຮູບພຣີເວັດດິ້ງ (pre-wedding) ອ້ອມຮອບໜອງນ້ຳ ຮົານກຽມ (Hoàn Kiếm Lake).
ຂ້າມຮ້ານອາຫານຫຣູຫລາໄປ ແລ້ວໄປອອກເດດແບບເປັນກັນເອງກັບຄົນຮັກຂອງທ່ານ ໂດຍການດຶງຕັ່ງນັ່ງມາຕັ້ງຢູ່ເທິງທາງຍ່າງ. ເພາະແນວໃດກໍຕາມ, ທ່ານກໍຢູ່ນະຄອນຫຼວງອາຫານຮາດທາງ (street food) ຂອງຫວຽດນາມແລ້ວ! ລິ້ມລອງເຝີ (phở) ແຊບໆ ຢູ່ເທິງໂຕະລາສະຕິກນ້ອຍໆ, ທ່າມກາງຄວາມວຸ້ນວາຍອັນເປັນເອກະລັກຂອງເມືອງໃຫຍ່ໃນຫວຽດນາມ.
ບົດທີ 05 —
ແຄມຣານ (Cam Ranh)
ຊ່ອນຕົວຢູ່ໃນແຂວງ ຄານຮວາ (Khanh Hoa), ແຄມຣານ (Cam Ranh) ມັກຈະຖືກມອງຂ້າມໂດຍຄົນສ່ວນໃຫຍ່ທີ່ມັກໄປເມືອງເພື່ອນບ້ານຢ່າງ ຍາຈ່າງ (Nha Trang). ສຳລັບຄູ່ຮັກທີ່ຊອກຫາເວລາອັນມີຄ່າທີ່ຫ່າງໄກຈາກຄວາມວຸ້ນວາຍຂອງໂລກ, ຫັ້ນແມ່ນເລື່ອງທີ່ດີ. ຮາດຊາຍອັນເງຽບສະຫົບ, ລົມທະເລອັນອົບອຸ່ນ ແລະ ວິວທິວທັດອັນມີສະເໜ່ຂອງໝູ່ບ້ານປະມົງ ແມ່ນບາງສິ່ງທີ່ທ່ານສາມາດຄາດຫວັງໄດ້ຢູ່ທີ່ນີ້. ແຄມຣານ ເປັນທີ່ຊອບນິຍົມຂອງຣີສອດຫຣູຫລາຫຼາຍแห่ง, ເຮັດໃຫ້ມັນເປັນຕົວເລືອກທີ່ສົມບູນແບບສຳລັບການພັກຜ່ອນຂອງຄູ່ຮັກແບບໄຮ້ຄວາມເຄັ່ງຕຶງ.
ເຂດອະນຸລັກທຳມະຊາດ Hon Ba ທີ່ຢູ່ໃກ້ໆ ເປັນທາງເລືອກທີ່ດີສຳລັບຜູ້ທີ່ມັກການຍ່າງປ່າ, ແລະ ຖ້າທ່ານຕ້ອງການສີສັນຍາມຄ່ຳຄືນ, ບາເທິງດາດຟ້າ ແລະ ບາແຄມຫາດຂອງຕົວເມືອງກໍຢູ່ຫ່າງອອກໄປພຽງແຕ່ຂັບລົດໜຶ່ງຊົ່ວໂມງ. ໃຊ້ເວລາ 2-3 ມື້ພັກຜ່ອນຢູ່ໃນວິລ່າແຄມຫາດ, ລົງຫຼິ້ນນ້ຳໃນສະລອຍນ້ຳສ່ວນຕົວ ແລະ ຜ່ອນຄາຍກັບສະປາທີ່ Mia Resort, ສະຖານທີ່ພັກຜ່ອນດັ່ງໃນຝັນທີ່ເໝາະສຳລັບໂອກາດອັນໂຣແມນຕິກ.
ບົດທີ 06 —
Pù Luông
ຖ້າທ່ານບໍ່ເຄີຍໄດ້ຍິນຊື່ Pù Luông ມາກ່ອນ, ນັ້ນກໍເພາະວ່າຜູ້ທີ່ເຄີຍມາທີ່ນີ້ຕ່າງກໍຕ້ອງການເກັບຮັກສາສວນສະຫວັນເທິງດິນແຫ່ງນີ້ໄວ້ກັບຕົນເອງເທົ່ານັ້ນ. ພັກຢູ່ເຮືອນຮ້ານຂອງຊົນເຜົ່າທີ່ອ້ອມຮອບຮ່ອມພູ, ແລະ ຊົມວິວທົ່ງນາອັນສົດຊື່ນໃນທຸກໆ ເຊົ້າເມື່ອທ່ານຕື່ນນອນ. ການດື່ມຊາຮ້ອນໆ ໜຶ່ງຖ້ວຍຢູ່ເທິງລະບຽງໃນ Pù Luông ແມ່ນໜຶ່ງໃນຄວາມສຸກເລັກໆ ນ້ອຍໆ ໃນຊີວິດ ທີ່ຈະຍິ່ງດີຂຶ້ນໄປອີກເມື່ອໄດ້ແບ່ງປັນກັບຄູ່ຮັກ.
ນຳເອົາສ່ວນໜຶ່ງຂອງຄວາມຊົງຈຳອັນແແສນວິເສດທີ່ທ່ານມີຢູ່ທີ່ນີ້ກັບບ້ານ ໂດຍການເຂົ້າຮ່ວມຊັ້ນຮຽນຕໍ່າແຜ່ນ, ທັກແສ່ວ, ຫຼື ສານກະຕ່າ ກັບຊົນເຜົ່າໄທ. ທ່ານຍັງສາມາດອອກເຫື່ອໂດຍການຍ່າງປ່າຂຶ້ນໄປເທິງຍອດພູ Pù Luông ຫຼື ໄປຫຼິ້ນນ້ຳຢູ່ຕາດ Hiêu ອັນແສນຝັນ.
ບົດທີ 07 —
ອ່າວຕົງແກັງ
ມີຫຼາຍວິທີໃນການທ່ອງທ່ຽວ ອ່າວ Hạ Long ອັນງົດງາມປານເມືອງຝັນ, ແຕ່ວິທີທີ່ໂຣແມນຕິກທີ່ສຸດກໍຄືການລ່ອງເຮືອສຳລານສຸດຫຸຼຮາ. ການເດີນທາງຫຼາຍມື້ໂດຍ Âu Cơ Cruises ບໍ່ພຽງແຕ່ນຳສະເໜີການຜະຈົນໄພທີ່ໜ້າຈົດຈຳທ່າມກາງທັດສະນີຍະພາບອັນອັດສະຈັນທີ່ສຸດຂອງຫວຽດນາມເທົ່ານັ້ນ; ແຕ່ທ່ານຍັງຈະໄດ້ຮັບການເອົາໃຈໃສ່ດ້ວຍອາຫານແຊບໆ, ອ່າງອາບນ້ຳ Jacuzzi ກາງແຈ້ງ, ແລະ ການນອນຕາກແດດຢ່າງຜ່ອນຄາຍເທິງດາດຟ້າເຮືອ.
ອ່າວ Lan Hạ ແລະ ອ່າວ Bái Tử Long ທີ່ບໍ່ຄ່ອຍມີຄົນຮູ້ຈັກປານໃດ ນັ້ນມີສະຖານທີ່ທີ່ເປັນສ່ວນຕົວຫຼາຍກວ່າ ເພື່ອໃຫ້ທ່ານໄດ້ດຶ່ມດ່ຳກັບທັດສະນີຍະພາບທາງທະເລອັນມີສະເໜ່. ອອກໄປສຳຫຼວດຖ້ຳທີ່ມີໄຄເກາະ, ທະເລສາບນ້ຳເຄັມໃນຝັນ ແລະ ເກາະນ້ອຍໆ ດ້ວຍເຮືອຄາຍັກສອງບ່ອນນັ່ງຂອງທ່ານເອງ.
ບົດທີ 08 —
Đà Lạt
ໃນຊຸມປີ 1930, ພຣະເຈົ້າ ບາວດາຍ (Bảo Đại) ຈັດສະພານເພຍອົງສຸດທ້າຍຂອງຫວຽດນາມ ໄດ້ເລືອກສ້າງພຣະຣາຊວັງລະດູຮ້ອນຂອງພຣະອົງຢູ່ Đà Lạt ເພື່ອໃຊ້ເວລາກັບ ພຣະຣາຊິນີ ນາມເຟືອງ (Nam Phương), ແລະ ມັນງ່າຍທີ່ຈະເຂົ້າໃຈວ່າເປັນຫຍັງ. ອາກາດທີ່ເຢັນສະບາຍຕະຫຼອດປີຂອງຕົວເມືອງນີ້ໝາຍຄວາມວ່າ ດອກໄມ້ຈະເບ່ງບານຢູ່ສະເໝີຢູ່ທີ່ນີ້. ໃນໄລຍະອານານິຄົມ, ເຈົ້າໜ້າທີ່ຝຣັ່ງໄດ້ສ້າງວິລ່າ ແລະ ໂຮງແຮມອັນສວຍງາມຢູ່ຕາມໂນນພູຂອງ Đà Lạt, ໂດຍຫຼາຍແຫ່ງໄດ້ຖືກປະຕິສັງຂອນ ແລະ ຟື້ນຟູຄືນໃໝ່ໃຫ້ເປັນທີ່ພັກ Bed-and-Breakfast ທີ່ມີກິ່ນອາຍແຫ່ງຄວາມຫຼັງ.
Đà Lạt ເປັນເມືອງທຳອິດໃນຫວຽດນາມ ທີ່ມີລົດຖີບສອງບ່ອນນັ່ງສຳລັບຄູ່ຮັກເພື່ອຂີ່ອ້ອມທະເລສາບ Xuân Hương ອັນສະຫງົບງຽບ. ທະເລສາບ Tuyền Lâm ທີ່ມີໝອກປົກຄຸມ ເປັນບ່ອນທີ່ຄົນທ້ອງຖິ່ນມັກໄປປີ້ງບາບີຄິວນ້ອຍໆ, ຕຶກປາ, ຫຼື ຂີ່ເຮືອ. ນອນພັກຢ່າງມີສະໄຕລ໌, ແລ້ວຕື່ນນອນນຳກັນມາພົບກັບອາລຸນຮຸ່ງອັນງົດງາມເທິງທະເລໝອກ.




