ຫວຽດນາມ ໄດ້ຮັບການຈັດອັນດັບໃຫ້ເປັນໜຶ່ງໃນປະເທດທີ່ມີຄວາມປອດໄພທີ່ສຸດໃນໂລກສຳລັບນັກທ່ອງທ່ຽວ, ຢ່າງໃດກໍຕາມ ການກຽມພ້ອມໄວ້ກ່ອນແມ່ນດີທີ່ສຸດສະເໝີ. ຄຳແນະນຳດ້ານສຸຂະພາບ ແລະ ຄວາມປອດໄພເຫຼົ່ານີ້ ຈະຊ່ວຍໃຫ້ທ່ານທ່ອງທ່ຽວຫວຽດນາມ ດ້ວຍຄວາມອຸ່ນໃຈຫຼາຍຂຶ້ນ. ນອກຈາກນີ້, ຢູ່ດ້ານລຸ່ມແມ່ນລາຍຊື່ໂຮງໝໍລັດ ແລະ ເອກະຊົນ ເພື່ອຄວາມສະດວກໃນການອ້າງອີງ.
ຄຳແນະນຳດ້ານສຸຂະພາບສຳລັບການທ່ອງທ່ຽວຫວຽດນາມ

ກ່ອນທ່ານຈະເດີນທາງ
ກ່ອນການເດີນທາງໄປຫວຽດນາມ, ໃຫ້ແນ່ໃຈວ່າໄດ້ຊື້ ປະກັນໄພ ສຳລັບການເດີນທາງຂອງທ່ານ. ສອງເດືອນກ່ອນອອກເດີນທາງ, ທ່ານຄວນປຶກສາທ່ານໝໍ ຫຼື ຄລີນິກການທ່ອງທ່ຽວໃນທ້ອງຖິ່ນຂອງທ່ານ ເພື່ອຮັບຂໍ້ມູນຫຼ້າສຸດກ່ຽວກັບຄວາມສ່ຽງດ້ານສຸຂະພາບໃນຫວຽດນາມ ແລະ ຮັບ ການສີດວັກຊີນ ທີ່ທ່ານອາດຈະຕ້ອງການ.
ແມ່ຍິງຖືພາ ຄວນປຶກສາທ່ານໝໍສຳລັບຄຳແນະນຳສະເພາະ. ຢາຕ້ານໄຂ້ມາລາເຣຍ ແລະ ຢາປິ່ນປົວພະຍາດຖອກທ້ອງຫຼາຍຊະນິດ ບໍ່ມີຄວາມປອດໄພຢ່າງສົມບູນໃນລະຫວ່າງການຖືພາ.
ຖ້າທ່ານມີປະວັດທາງການແພດ ຫຼື ອາການແພ້ທີ່ຕ້ອງການຄວາມເອົາໃຈໃສ່ເປັນພິເສດ, ໃຫ້ພົກ ໃບຢັ້ງຢືນຈາກທ່ານໝໍ ຕິດໂຕໄປນຳ ທີ່ອະທິບາຍເຖິງລັກສະນະຂອງອາການ ແລະ ການປິ່ນປົວທີ່ຕ້ອງການ. ພວກເຮົາຍັງແນະນຳໃຫ້ທ່ານກຽມກ່ອງຢາປະຈຳໂຕທີ່ມີ:
- ຢາກັນແມງໄມ້ທີ່ມີສ່ວນປະສົມຂອງ DEET
- ຢາພາຣາເຊຕາມອນ ຫຼື ໄອບູໂພຣເຟນ ສຳລັບບັນເທົາອາການເຈັບປວດ
- ຢາທາແກ້ຄັນ, ເຊັ່ນ ຮີໂດຣຄໍຕິໂຊນ
- ຄຣີມກັນແດດ
- ຢາຕ້ານຮິສຕາມີນ ສຳລັບປິ່ນປົວອາການແພ້, ເຊັ່ນ ເຊອກເຕັກ, ເບນາດຣິລ
- ບາຊິທຣາຊິນ ສຳລັບປົກປ້ອງບາດແຜ, ເຊັ່ນ ນີໂອສະປໍຣິນ
- ຢາປິ່ນປົວອາການຖອກທ້ອງ, ເຊັ່ນ ອີໂມດຽມ
ຢາບາງຊະນິດອາດຈະຊອກຫາໄດ້ຍາກໃນຫວຽດນາມ: ໃຫ້ແນ່ໃຈວ່າທ່ານເດີນທາງພ້ອມກັບຢາຕາມໃບສັ່ງແພດທີ່ທ່ານຕ້ອງການຢ່າງພຽງພໍ.
ໂຮງໝໍໃນຫວຽດນາມ
ເມືອງໃຫຍ່ໆ ເຊັ່ນ ຮ່າໂນ້ຍ, ດ່ານັງ, ແລະ ໂຮຈີມິນ ມີໂຮງໝໍຂອງລັດ ແລະ ເອກະຊົນຫຼາຍແຫ່ງທີ່ມີພະນັກງານເວົ້າພາສາອັງກິດໄດ້. ໃນຂະນະທີ່ຮ້ານຂາຍຢານ້ອຍໆ ເປັນເລື່ອງປົກກະຕິໃນເກືອບທຸກເມືອງຂອງຫວຽດນາມ, ແຕ່ໃນເຂດຊົນນະບົດ ທ່ານອາດຈະຢູ່ຫ່າງໄກຈາກຮ້ານຂາຍຢາ ຫຼື ໂຮງໝໍທີ່ໃກ້ທີ່ສຸດ.
ບັນຫາສຸຂະພາບທີ່ພົບເລື້ອຍໃນຫວຽດນາມ

ມົນລະພິດໃນຫວຽດນາມ
ມົນລະພິດທາງອາກາດອາດເຮັດໃຫ້ອາການຂອງ ພະຍາດຫອບຫືດ ແລະ ອາການແພ້ ກຳເລີບ. ອາການຕ່າງໆ ລວມມີ ຄັນຄໍ ແລະ ໄຫຼດັງ. ສຳລັບໃຜທີ່ມີພະຍາດກ່ຽວກັບລະບົບຫາຍໃຈ, ຄວນຊື້ໜ້າກາກອະນາໄມໃສ່ໃນຂະນະທີ່ເດີນທາງໄປຕາມເຂດເມືອງໃຫຍ່, ຫຼື ວາງແຜນໃຊ້ເວລາຢູ່ໃນເຂດຊົນນະບົດໃຫ້ຫຼາຍຂຶ້ນຖ້າເປັນໄປໄດ້.
ພະຍາດທີ່ເກີດຈາກຍຸງເປັນພາຫະນະ
ຄວາມສ່ຽງໃນການຕິດ ໄຂ້ມາລາເຣຍ ຈະສູງຂຶ້ນໃນເຂດພູດອຍຊົນນະບົດ. ຄວນພິຈາລະນາກິນຢາຕ້ານໄຂ້ມາລາເຣຍ ຖ້າທ່ານວາງແຜນທີ່ຈະເດີນທາງໄປຍັງຈຸດໝາຍປາຍທາງທີ່ຫ່າງໄກສອກຫຼີກໃນຫວຽດນາມ. ໄຂ້ເລືອດອອກ ໄດ້ກາຍເປັນບັນຫາທີ່ເພີ່ມຂຶ້ນເລື້ອຍໆ ໃນອາຊີຕາເວັນອອກສຽງໃຕ້ ແລະ ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ເຂດພື້ນທີ່ຮ່ອມແມ່ເນ້ຳໂຄງ, ລວມທັງນະຄອນໂຮຈີມິນ. ເນື່ອງຈາກຍັງບໍ່ມີວັກຊີນປ້ອງກັນ, ມາດຕະການປ້ອງກັນທີ່ດີທີ່ສຸດແມ່ນການສີດຢາກັນຍຸງໃນຊ່ວງເວລາພະອາທິດຂຶ້ນ ແລະ ພະອາທິດກົດດັບ.

ຄວາມກັງວົນກ່ຽວກັບຄວາມຮ້ອນ
ຫວຽດນາມ ມີແນວໂນ້ມທີ່ຈະຮ້ອນ ແລະ ອົບເອົ້າຕະຫຼອດປີ. ຢ່າປະໝາດຄວາມແຮງຂອງແສງແດດ. ຜິວໜັງໄໝ້ແດດ ສາມາດເກີດຂຶ້ນໄດ້ຢ່າງໄວວາ: ດີທີ່ສຸດແມ່ນຄວນທາຄຣີມກັນແດດຕະຫຼອດມື້. ໝັ່ນທາຊ້ຳ, ໂດຍສະເພາະຢູ່ຈຸດໝາຍປາຍທາງຕາມຊາຍຮາດ. ການຂາດນ້ຳ ກໍເປັນອີກຄວາມກັງວົນໜຶ່ງ, ຄວາມອິດເມື່ອຍຈາກຄວາມຮ້ອນກໍເຊັ່ນກັນ, ໂດຍອາດຈະສະແດງອາການຕ່າງໆ ເຊັ່ນ ປວດຫົວ ແລະ ຫງຸດຫງິດ. ດື່ມນ້ຳຫຼາຍໆ. ຮີດສະໂຕຣກ (ພະຍາດລົມແດດ) ເປັນຜົນກະທົບທີ່ຮຸນແຮງກວ່າຈາກການຖືກແສງແດດຫຼາຍເກີນໄປ ແລະ ອາດຈະຕ້ອງການການປິ່ນປົວຢູ່ໂຮງໝໍ. ຖ້າທ່ານຮູ້ສຶກອ່ອນເພຍ, ວິນຫົວ, ອາຈຽນ, ແລະ ມີໄຂ້ສູງກວ່າ 41°C, ໃຫ້ຟ້າວໄປຫາທ່ານໝໍທັນທີ.
ພະຍາດທີ່ກ່ຽວກັບອາຫານ
ອາການຖອກທ້ອງຂອງນັກທ່ອງທ່ຽວ ເປັນຄວາມກັງວົນທົ່ວໄປເມື່ອໄປປະເທດໃຫມ່. ໃຫ້ດື່ມນ້ຳດື່ມບັນຈຸຂວດ ແລະ ຫຼີກເວັ້ນນ້ຳກ້ອນໃນເຂດຊົນນະບົດ. ເພື່ອຫຼີກເວັ້ນການຕິດເຊື້ອແບັກທີເຣຍ, ໃຫ້ຊອກຫາຮ້ານອາຫານທີ່ມີລູກຄ້າຫຼາຍ ແລະ ເປັນຮ້ານທີ່ປຸງແຕ່ງອາຫານສຸກໃໝ່ໆ. ໂດຍທົ່ວໄປແລ້ວ ອາຫານຂ້າງທາງໃນຫວຽດນາມ ແມ່ນຂ້ອນຂ້າງປອດໄພ, ແຕ່ໃຫ້ໃຊ້ວິຈາລະນະຍານຂອງເຈົ້າເອງສະເໝີໃນການເລືອກຮ້ານ. ຖ້າທ່ານມີອາການປວດທ້ອງ ຫຼື ຖອກທ້ອງ, ໃຫ້ດື່ມເກືອແຮ່ ແລະ ດື່ມນ້ຳໃຫ້ພຽງພໍ. ຖ້າອາການຍັງບໍ່ດີຂຶ້ນ, ໃຫ້ໄປພົບທ່ານໝໍ.
ການຖືກແມງໄມ້ ຫຼື ສັດກັດ
ບາງຄັ້ງບັນຫານີ້ອາດເກີດຂຶ້ນເມື່ອພັກຢູ່ໂຮດເທວ ແລະ ຫ້ອງນອນລວມອື່ນໆ, ແລະ ບາງຄັ້ງກໍເກີດຂຶ້ນຢູ່ໂຮງແຮມນຳອີກ. ໃຫ້ຊອກຫາຄວາມຊ່ວຍເຫຼືອຢູ່ຄລີນິກທີ່ໃກ້ທີ່ສຸດ ຖ້າທ່ານຖືກກັດຈາກ ໝັດ, ເຮືອດ, ແລະ/ຫຼື ເຫົາ. ໃຫ້ລະວັງ ພະຍາດວໍ້ ເມື່ອສຳພັດກັບສັດ, ບໍ່ວ່າຈະເປັນສັດປ່າ ຫຼື ສັດລ້ຽງ. ຫຼີກເວັ້ນລີງຢູ່ເກາະ ກາດບາ ເມື່ອໄປທ່ຽວອ່າວ ຮາລອງ. ເມື່ອໄປຍ່າງປ່າ, ໃຫ້ລະວັງ ເໝັບ, ທາກ ແລະ ງູພິດ ທີ່ຊ່ອນຢູ່ຕາມພຸ່ມໄມ້. ໃຫ້ຟ້າວໄປຫາທ່ານໝໍທັນທີຖ້າຖືກກັດ.
ຄຳແນະນຳດ້ານຄວາມປອດໄພສຳລັບການທ່ອງທ່ຽວຫວຽດນາມ

ການລັກເລັກໂລກນ້ອຍ
ຫວຽດນາມ ເປັນປະເທດທີ່ຂ້ອນຂ້າງປອດໄພ, ເຖິງຢ່າງໃດກໍຕາມ ການລັກເລັກໂລບນ້ອຍ ແມ່ນສິ່ງທີ່ຄວນເອົາໃຈໃສ່, ໂດຍສະເພາະຢູ່ຕາມເມືອງໃຫຍ່. ຫຼີກເວັ້ນການຍື່ນກ້ອງຖ່າຍຮູບ ແລະ ໂທລະສັບມືຖືອອກໄປຕາມເສັ້ນທາງ ແລະ ມຸມຖະໜົນທີ່ມີຄົນຫຼາຍ: ການລັກສ່ວນໃຫຍ່ແມ່ນ ການຂີ່ລົດຊິງເຄື່ອງ. ເມື່ອຖ່າຍຮູບຢູ່ເທິງທາງຍ່າງ, ໃຫ້ຖື ກ້ອງ ໄວ້ໃກ້ຕົວ ແລະ ຫ່າງຈາກກະແສການຈາລະຈອນ.
ໂດຍສະເພາະຜູ້ຍິງຄວນໄດ້ຮັບການເຕືອນໃຫ້ ຈັບກະເປົ໋າໃຫ້ແໜ້ນ ເມື່ອຍ່າງໃນ ນະຄອນໂຮ່ຈີມິນ. ເມື່ອຂີ່ລົດຈັກ, ໃຫ້ໃສ່ກະເປົ໋າໄວ້ໃຕ້ເບາະ ຫຼື ແຂວນໄວ້ທາງໜ້າລົດ. ກະເປົ໋າທີ່ພາຍບ່າ ຫຼື ໃສ່ໄວ້ໃນໂຄງໜ້າລົດ ແມ່ນສາມາດຖືກຊິງໄດ້ງ່າຍ.
ເມື່ອພັກຢູ່ໂຮງແຮມ ແລະ ເຮືອນພັກ, ໃຫ້ເກັບຂອງມີຄ່າຂອງທ່ານ ໄວ້ໃນຕູ້ເຊຟ ຫຼື ໂຫຼກໄວ້ໃນກະເປົ໋າຂອງທ່ານກ່ອນອອກຈາກຫ້ອງ. ໂດຍທົ່ວໄປແລ້ວ ເປັນການດີທີ່ຈະເອົາໃຈໃສ່ກັບຂອງມີຄ່າຂອງທ່ານ, ເຝົ້າລະວັງກະເປົ໋າຂອງທ່ານຢ່າງໃກ້ຊິດ ແລະ ບໍ່ອວດອ້າງເງິນສົດຈຳນວນຫຼາຍ ຫຼື ອຸປະກອນລາຄາແພງໃນເຂດຊົນນະບົດ.
ໜ້າເສຍດາຍ, ຖ້າທ່ານຕົກເປັນເຫຍື່ອຂອງການລັກຊັບ, ເຈົ້າໜ້າທີ່ຕຳຫຼວດບໍ່ສາມາດເຮັດຫຍັງໄດ້ຫຼາຍປານໃດເພື່ອຕິດຕາມເອົາຊັບສິນທີ່ຖືກລັກຄືນ.
ການຕົ້ມຕຸນຂອງແທັກຊີ
ການຕົ້ມຕຸນຂອງແທັກຊີໃນຫວຽດນາມ ເກີດຂຶ້ນໃນຮູບແບບຂອງການດັດແປງມິເຕີ, ການເກັບເງິນເກີນລາຄາ, ການເຮັດໃຫ້ສັບສົນເລື່ອງສະກຸນເງິນ ແລະ ການກຳນົດລາຄາຕາຍໂຕ. ສອງບໍລິສັດທີ່ທ່ານສາມາດໄວ້ວາງໃຈໄດ້ແມ່ນ Mai Linh ແລະ Vinasun. ບໍລິສັດແທັກຊີທັງສອງນີ້ມີລົດໃໝ່ ແລະ ມິເຕີທີ່ໄດ້ຮັບການຜະນຶກຕາ, ພວກເຂົາຍັງມີບໍລິການຮັບສົ່ງທີ່ຄອບຄຸມເມືອງສ່ວນໃຫຍ່ຂອງຫວຽດນາມ. ທ່ານສາມາດຊອກຫາບໍລິສັດເຫຼົ່ານີ້ໄດ້ທັນທີທີ່ລົງຮອດສະໜາມບິນນາໆຊາດຂອງຫວຽດນາມ.

ການຕົ້ມຕຸນນັກທ່ອງທ່ຽວ
ຫວຽດນາມ ໄດ້ຮັບການປັບປຸງບໍລິການທ່ອງທ່ຽວຢ່າງຕໍ່ເນື່ອງ, ເຖິງຢ່າງໃດກໍຕາມ ຍັງມີຕົວແທນ ແລະ ຜູ້ປະກອບການອິດສະຫຼະບາງຄົນທີ່ຝ່າຝືນກົດລະບຽບ. ເມື່ອຈອງເຮືອທ່ອງທ່ຽວໃນ ອ່າວຮາລ່ອງ, ໃຫ້ເລືອກບໍລິສັດທີ່ມີຊື່ສຽງສະເໝີ. ສຳລັບທົວອ້ອມຫວຽດນາມ, ໃຫ້ຈອງກັບຕົວແທນທ່ອງທ່ຽວທີ່ໄດ້ຮັບການກວດສອບ ແທນທີ່ຈະເປັນຮ້ານນ້ອຍໆທີ່ບໍ່ມີມາດຕະຖານ ເພື່ອຫຼີກເວັ້ນການຖືກຕົ້ມຕຸນ.
ສຳລັບນັກທ່ອງທ່ຽວແມ່ຍິງ
ໂດຍທົ່ວໄປແລ້ວ ຫວຽດນາມ ເປັນປະເທດທີ່ປອດໄພສຳລັບການທ່ອງທ່ຽວ ແລະ ນັກທ່ອງທ່ຽວແມ່ຍິງຈະຮູ້ສຶກໄດ້ເຖິງການຕ້ອນຮັບທີ່ດີ. ຄົນຫວຽດນາມ ຍັງຂ້ອນຂ້າງມີຄ່ານິຍົມແບບດັ້ງເດີມ, ດັ່ງນັ້ນ ເປັນການດີທີ່ສຸດທີ່ຈະໃຫ້ກຽດວັດທະນະທຳທ້ອງຖິ່ນໂດຍການບໍ່ນຸ່ງເຄື່ອງເປີດເຜີຍຮ່າງກາຍຫຼາຍເກີນໄປ. ນັກທ່ອງທ່ຽວແມ່ຍິງທີ່ເດີນທາງຄົນດຽວ ອາດຈະຖືກຖາມຄຳຖາມກ່ຽວກັບເຫດຜົນທີ່ເດີນທາງຄົນດຽວ. ຄຳຖາມເຫຼົ່ານັ້ນໂດຍທົ່ວໄປແມ່ນບໍ່ມີພິດມີໄພ ແລະ ເກີດຈາກຄວາມຢາກຮູ້ຢາກເຫັນເທົ່ານັ້ນ. ອາຊະຍາກຳຕໍ່ແມ່ຍິງແມ່ນບໍ່ຄ່ອຍມີໃນຫວຽດນາມ. ເຖິງຢ່າງໃດກໍຕາມ, ເປັນການດີທີ່ບໍ່ຄວນຢູ່ຄົນດຽວຕາມຖະໜົນໃນເວລາເດິກ, ແລະ ຄວນຂີ່ແທັກຊີຖ້າທ່ານກຳລັງກັບພັກໃນເວລາເດິກ.
ໂຮງໝໍສາກົນໃນຫວຽດນາມ
Columbia Asia
No. 8, Alexandre de Rhodes, Bến Nghé, District 1, Bến Nghé, Vietnam
+84 8 3823 8888
+84 8 3823 8888
ຄລີນິກຄອບຄົວ HCMC
Diamond Plaza, 34 Le Duan, District 3, Hồ Chí Minh, Vietnam
+84 8 3822 7848
+84 8 3822 7859
ໂຮງໝໍ FV
No. 6 Nguyễn Lương Bằng, Tân Phú, District7, Hồ Chí Minh, Vietnam
+84 8 54 11 33 33
+84 8 54 11 33 34
ອິນເຕີເນຊັນແນລ ເອັສໂອເອັສ
No.167A Nam Ky Khoi Nghia street, district 3, HCMC, Vietnam
+84 8 3824 0777
+84 8 3829 8551
Yersin ສາກົນ
No. 10 Truong Dinh - Ward 6 - District 3 - HCMC
+84 8 3933 66 88
+84 8 3930 46 64
ວິກຕໍເຣຍ ແຮລແຄຣ໌ ຫວຽດນາມ
152 Nguyen Luon Bang, Tan Phu, District 7, HCMC, Vietnam
+84 8 3910 4545
+84 8 3910 4545
ຄລີນິກການແພດຄອບຄົວ ຮ່າໂນ້ຍ
Van Phuc Compound, 298 Kim Ma Street, Ba Dinh District, Ha Noi, Vietnam
+84 4 3843 0748
+84 4 3846 1750
ໂຮງໝໍຮົງຫງອກ
55 Yen Ninh, Ba Dinh District, Ha Noi, Vietnam
+04 8 39 275 568
+04 8 39 275 568
ໂຮງໝໍຝຣັ່ງຂອງຮ່າໂນ້ຍ
No.1 Phuong Mai, Dong Da District, Ha Noi, Vietnam
+84 4 3577 1100
+84 4 3576 4443
ອິນເຕີເນຊັນແນລ SOS ຮ່າໂນ້ຍ
51 Xuan Dieu Street, Tay Ho District, Ha Noi, Vietnam
+ 84 4 3934 0666
+84 4 3934 0556
ໂຮງໝໍຫວຽດດຶກ
40 Trang Thi Street, Ha Noi, Vietnam
+84 4 3825 3531
+84 4 3825 3531
ໂຮງໝໍສາກົນ VINMEC
458 Minh Khai Street, Hai Ba Trung District, Ha Noi, Vietnam
+84 4 3974 3556
+84 4 3974 3557
ການແພດຄອບຄົວ ດານັງ
96-98 Nguyen Van Linh Street, Hai Chau District, Da Nang, Vietnam
+84 236 3582 699
+84 236 3583 049
Hoan My Danang Hospital
161 Nguyễn Văn Linh, Thạc Gián, Q. Thanh Khê, Da Nang, Vietnam
+84 236 3650 676
+84 236 3650 676
