ນອກຈາກ 3 ເມນູທີ່ມີຊື່ສຽງທີ່ສຸດຂອງເມືອງ: pho bo (ເຝີງົວແບບດັ້ງເດີມຂອງຫວຽດນາມ), bun cha (ໝູປີ້ງກັບເສັ້ນຂະໜົມຈີນ) ແລະ banh mi (ເຂົ້າຈີ່), ອາຫານລິມທາງຂອງ ຮ່າໂນ້ຍ ຍັງມີຄວາມຫຼາກຫຼາຍ ແລະ ໜ້າຕື່ນເຕັ້ນໃນການລິ້ມລອງ.
ບົດທີ 01 —
Bánh cuốn (ເຂົ້າກ້ຽວນຶ່ງ)
ໜຶ່ງໃນອາຫານເຊົ້າແບບດັ້ງເດີມໃນນະຄອນຫຼວງ ຮ່າໂນ້ຍ ຂອງຫວຽດນາມ ຄື Bánh cuốn (ບັ໊ນມ້ວນ). ເມນູນີ້ມີຫຼາຍຮູບແບບ ເຊັ່ນ: ຍັດໄສ້ໝູບົດ (banh cuon nhan thit), ເຫັດ, ໄຂ່ ຫຼື ປະສົມກັນ. Bánh cuốn ມັກຈະເສີບພ້ອມກັບຫົວຫອມແດງຈຽນ, ນ້ຳປາຫວານສົ້ມ (nuoc mam chua ngot), ຜັກຫອມສົດຫຼາກຫຼາຍຊະນິດ, ແລະ ນ້ຳແຈ່ວໝາກນາວຢູ່ຂ້າງໆ.
ບົດທີ 02 —
Bún Ốc (ຂະໜົມຈີນນ້ຳຫອຍ)
ຂະໜົມຈີນນ້ຳຫອຍ ແມ່ນໜຶ່ງໃນອາຫານຍອດນິຍົມຄລາສສິກຂອງ ຮ່າໂນ້ຍ. ຊາມມາດຕະຖານຈະປະກອບມີເສັ້ນຂະໜົມຈີນ (bún), ເຄື່ອງຄຽງອື່ນໆ ໄດ້ແກ່ ເນື້ອງົວ ແລະ ເນື້ອກຸ້ງ/ປູ, ພ້ອມດ້ວຍຜັກຫອມຈານໃຫຍ່ທີ່ມັກຈະເສີບຄູ່ກັບອາຫານຫວຽດນາມສ່ວນໃຫຍ່. ສ່ວນປະກອບຫຼັກໃນນ້ຳຊຸບແມ່ນ ໝາກເຂືອສົ້ມ, ນ້ຳສົ້ມສາຍຊູເຫຼົ້າ, ແລະ ພິກໄທ, ເຊິ່ງໃຫ້ລົດຊາດແຊບເຜັດກົມກ່ອມ.
ບົດທີ 03 —
Lẩu (ໝໍ້ໄຟຫວຽດນາມ)
ມາໂຮມຕົວກັນອ້ອມໝໍ້ໄຟທີ່ກຳລັງຟົດ ແລະ ໃສ່ຜັກສົດ, ເນື້ອສັດ ແລະ ອາຫານທະເລຈຳນວນຫຼາຍຕາມຄວາມມັກຂອງທ່ານ. ມັນອາດຈະເບິ່ງຄືວ່າຍາກໃນທຳອິດ, ແຕ່ໝໍ້ໄຟ (hot pot) ແມ່ນວິທີທີ່ແທ້ຈິງທີ່ສຸດໃນການສຳຜັດກັບວິຖີຊີວິດອາຫານລິມທາງໃນເມືອງນີ້. ໃຜຈະໄປຮູ້, ທ່ານອາດຈະໄດ້ໝູ່ໃໝ່ໃນລະຫວ່າງການດື່ມເບຍສະຫຼອງກັນກໍເປັນໄດ້.
ບົດທີ 04 —
Bún cá (ຂະໜົມຈີນນ້ຳປາ)
ເມນູນີ້ນິຍົມຮັບປະທານເປັນອາຫານທ່ຽງ. ຊຸບຊະນິດໜຶ່ງໃຊ້ເສັ້ນຂະໜົມຈີນ (bún) ພ້ອມກັບຕອນປາຈ່ຽນ. ນ້ຳຊຸບປຸງແຕ່ງດ້ວຍຜັກຂຽວ ເຊິ່ງມັກຈະມີຜັກບຸ້ງ (morning glory) - ຜັກຍອດນິຍົມທີ່ມັກນຳມາຜັດ ຫຼື ຕົ້ມ. ການປະສົມປະສານຂອງຜັກຫອມ ລະຫວ່າງ ຜັກຊີ ແລະ ຜັກຊີລາວ, ເຮັດໃຫ້ມີລົດຊາດທີ່ເປັນເອກະລັກ.
ບົດທີ 05 —
Miến xào lươn (ຜັດມີ້ນໃສ່ອ່ຽນ)
ອ່ຽນແມ່ນສ່ວນປະກອບທີ່ບໍ່ຄ່ອຍເຫັນປານໃດໃນອາຫານປະຈຳວັນ ແຕ່ກໍຄຸ້ມຄ່າທີ່ຈະລອງ. ອ່ຽນກອບຈະຖືກຄົ້ນປະສົມກັບຜັດມີ້ນ, ໄຂ່, ແລະ ຖົ່ວງອກ. ຕົວເລືອກອື່ນໆ ໄດ້ແກ່ mien tron (ມີ້ນຢຳໃສ່ອ່ຽນ, ແຕງກວາ, ແລະ ຜັກຫອມ) ແລະ chao luon (ເຂົ້າປຽກອ່ຽນ).
ບົດທີ 06 —
Bánh đa trộn (ເສັ້ນໃຫຍ່ຢຳ)
ເມື່ອຍ່າງເລາະຫຼິ້ນຕາມເຂດເມືອງເກົ່າ (Old Quarter), ທ່ານຈະໄດ້ພົບກັບແມ່ຄ້າຢູ່ລິມທາງທີ່ມີໄມ້ຄານ ແລະ ກະຕ່າສອງໃບ: ໃບໜຶ່ງໃສ່ໝໍ້ຕົ້ມທີ່ມີໄອຮ້ອນ ແລະ ອີກໃບໜຶ່ງໃສ່ສ່ວນປະກອບສົດ. ກະຕ່າສອງໃບນີ້ບັນຈຸອາຫານຈານເດັດຂອງ ຮ່າໂນ້ຍ ນັ້ນຄື - Banh da tron. ເສັ້ນໃຫຍ່ໜາ ໂຣຍໜ້າດ້ວຍໄສ້ອ່ວງ, ຊີ້ນປາຈ່ຽນ, ເຕົາຮູ້, ຖົ່ວດິນ ແລະ ຜັກໃບຂຽວ. ເສັ້ນມີ້ນນ້ອຍໆ ທີ່ຮ້ອງວ່າ mien ກໍເປັນອີກທາງເລືອກໜຶ່ງ. ລົດຊາດຂອງອາຫານທ້ອງຖິ່ນທີ່ເປັນເອກະລັກນີ້ຈະເຮັດໃຫ້ຮັກອາຫານທຸກຄົນຕື່ນຕາຕື່ນໃຈຢ່າງແນ່ນອນ.
ບົດທີ 07 —
Bánh tôm (ກຸ້ງຊຸບແປ້ງທອດຮ່າໂນ້ຍ)
ອາຫານຫວ່າງເຫຼົ່ານີ້ມີຕົ້ນກຳເນີດມາຈາກ Ho Tay (ເຂດທະເລສາບຕາເວັນຕົກ) ໂດຍໃຊ້ກຸ້ງທີ່ຈັບໄດ້ໃນທ້ອງຖິ່ນ. Banh tom ເຮັດຈາກມັນດ້າງ ແລະ ກຸ້ງຊຸບແປ້ງທອດ, ເສີບພ້ອມກັບນ້ຳປາຫວານສົ້ມ ແລະ ໝາກຫຸ່ງຄຽງ. ທ່ານສາມາດສັ່ງນ້ຳນົມຖົ່ວເຫຼືອງເຢັນໆ ສັກແກ້ວເພື່ອລ້າງຄວາມມັນຂອງນ້ຳມັນໄດ້.
ບົດທີ 08 —
Bánh gối (ຂະໜົມ “ໝອນ” ກອບ)
ອາຫານຫວ່າງແປ້ງທອດອີກຢ່າງໜຶ່ງສຳລັບຍາມບ່າຍທີ່ກະຕືລືລົ້ນໃນການທ່ຽວຊົມ ຮ່າໂນ້ຍ ຄື banh goi - ຂະໜົມຮູບຮ່າງຄືໝອນທີ່ຍັດໄສ້ໝູບົດ, ເຫັດຫູໜູ, ເສັ້ນມີ້ນ ແລະ ໄຂ່ນົກກະທາ. ສຳລັບຂອງທອດອື່ນໆ, ha cao (ເກຽວທອດ), Pho mai que (ຊີສແທ່ງທອດ) ແລະ nem chua ran (ສົ້ມໝູທອດ) ກໍມີຂາຍຄູ່ກັບ banh goi ເຊັ່ນກັນ.
ບົດທີ 09 —
Mỳ gà tần (ມີ້ນໄກ່ອົບສະໝຸນໄພ)
ບາງຄົນອາດຈະຮູ້ສຶກວ່າເມນູນີ້ “ແປກ” ຫຼື ໜ້າຢ້ານຈັກໜ່ອຍ. ແຕ່ເມນູນີ້ແມ່ນອາຫານທີ່ໃຫ້ຄວາມອົບອຸ່ນ ແລະ ອີ່ມທ້ອງ ດ້ວຍໄກ່ອົບ ແລະ ເສັ້ນມີ້ນໄຂ່. ຜູ້ຮັບປະທານມີ 2 ທາງເລືອກ: ໄກ່ 'ທຳມະດາ', ຫຼື ໄກ່ດຳໂຕນ້ອຍ (ແລະ ແພງກວ່າເລັກນ້ອຍ), ເຊິ່ງຕັ້ງຊື່ຕາມຜິວໜັງສີດຳຂອງມັນ.
ໄກ່ຈະຖືກຍັດລົງໃນກະປ໋ອງນ້ຳອັດລົມ ແລະ ກະປ໋ອງເບຍທີ່ຫວ່າງເປົ່າ ພ້ອມກັບຜັກຫອມສະໝຸນໄພ ລວມທັງ ຜັກໂກດຈຸລາລຳພາ (mugwort). ກະປ໋ອງຈະຖືກວາງເທິງໄຟ, ເຮັດໃຫ້ຊີ້ນດູດຊຶມລົດຊາດໃນຂະນະທີ່ຕຸ໋ນຢູ່. ເສັ້ນມີ້ນໄຂ່ (mỳ trứng) ຈະຖືກຕື່ມລົງໃນນ້ຳຊຸບຕຸ໋ນ.
ບົດທີ 10 —
Bánh đúc nóng (ເຂົ້າໜົມແປ້ງນວດຮ້ອນ ຂອງຫວຽດນາມ)
ເມື່ອມາຮອດຮ່າໂນ້ຍໃນຊ່ວງລະດູໜາວ, ຢ່າລືມມາລິ້ມລອງ Bánh đúc (ບ້ານດົກ) ຮ້ອນໆ ສັກຖ້ວຍ - ເຊິ່ງເປັນເຂົ້າໜົມແປ້ງນວດທີ່ເຮັດຈາກແປ້ງເຂົ້າເຈົ້າ ແລະ ແປ້ງມັນຕົ້ນ. ອາຫານຈານນີ້ໄດ້ຮັບການປຸງແຕ່ງຢ່າງພິຖີພິຖັນ ແລະ ລະອຽດລະອໍ, ໂດຍການຕົ້ມ ແລະ ກວນສ່ວນປະສົມໃຫ້ມີຄວາມໜຽວນຸ້ມພໍດີ. ສ່ວນໄສ້ປະກອບດ້ວຍເຫັດຫູໜູ, ເນື້ອໝູ, ຫົວຫອມຈ່ຽວ, ແລະ ເສີບຄູ່ກັບນ້ຳປາກະທຽມໝາກເພັດ ແລະ ຜັກສະໝຸນໄພ. Bánh đúc ທີ່ຮ້ອນ, ນຸ້ມ, ແຊບ, ຫອມກິ່ນຫອມຈ່ຽວ ແລະ ເນື້ອໝູ ເປັນຕົວເລືອກທີ່ເໝາະສົມຢ່າງຍິ່ງສຳລັບອາຫານຫວ່າງຍາມບ່າຍໃນມື້ທີ່ອາກາດໜາວ.
ບົດທີ 11 —
Chè (ນ້ຳຫວານຫຼາກສີ)
ມັກມີບ່ອນຫວ່າງໃນທ້ອງສະເໝີສຳລັບຂອງຫວານ. ສິ່ງທີ່ຫວານ ແລະ ຫອມກິ່ນຜົນໄມ້ ແລະ ດອກໄມ້ ເປັນສິ່ງທີ່ດີທີ່ສຸດໃນການປິດທ້າຍມື້ແຫ່ງການຄົ້ນຫາອາຫານໃນຮ່າໂນ້ຍ. Chè - “ນ້ຳຫວານ” ທີ່ປະກອບດ້ວຍຊັ້ນຂອງຖົ່ວແດງ ແລະ ຖົ່ວຂຽວບົດ, ກ້ອນເຂົ້າໜຽວໃນແປ້ງໜຽວ ແລະ ວຸ້ນສະໝຸນໄພ, ໂລດດ້ວຍນ້ຳເຊື່ອມ ແລະ ໝ້າກພ້າວຂູດ. ຂໍແນະນຳຢ່າງຍິ່ງໃຫ້ລອງ Chè thập cẩm (ນ້ຳຫວານລວມມິດ) ທີ່ໃສ່ນ້ຳເຊື່ອມດອກມະລິອັນໂດ່ງດັງຂອງເມືອງນີ້.







