ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

ເລື່ອງລາວສ້າງແຮງບັນດານໃຈຈາກຫວຽດນາມ ໃນຊ່ວງ Covid-19

ມີຄຳເວົ້າໃນພາສາຫວຽດນາມທີ່ວ່າ “ໃບໄມ້ດີຫໍ່ໃບໄມ້ຂາດ.” ເມື່ອການລະບາດໃຫຍ່ຂອງ COVID-19 ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຫວຽດນາມ, ທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈກັນເບິ່ງແຍງດູແລຄົນໃນຊາດດ້ວຍວິທີທີ່ເປັນເອກະລັກສະເພາະຂອງຄົນຫວຽດນາມ. ມາດຕະການປ້ອງກັນລ່ວງໜ້າໃນໄລຍະທຳອິດໄດ້ຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບພາຍໃນຫວຽດນາມ, ເຖິງຢ່າງໃດກໍຕາມ, ຄວາມມີນ້ຳໃຈຂອງປະຊາຊົນ ແລະ ຈິດໃຈສາມັກຄີຊ່ວຍເຫຼືອກັນແມ່ນເລື່ອງລາວຄວາມສຳເລັດທີ່ແທ້ຈິງຂອງຫວຽດນາມ. ອ່ານຕໍ່ເພື່ອຕິດຕາມບາງເລື່ອງລາວທີ່ສ້າງແຮງບັນດານໃຈກ່ຽວກັບວິທີທີ່ຄົນຫວຽດນາມຮັບມືໃນຊ່ວງວິກິດ COVID-19.

ທ່ອງທ່ຽວຫວຽດນາມ covid

ບົດທີ 01 —

ຂອງຂວັນອັນໃຈກວ້າງ

ເມື່ອເປັນທີ່ຈະແຈ້ງວ່າຫຼາຍຄົນບໍ່ມີອາຫານພຽງພໍສຳລັບຄອບຄົວຂອງເຂົາເຈົ້າໃນຊ່ວງການລະບາດໃຫຍ່, ນັກທຸລະກິດໜຸ່ມຫວຽດນາມຜູ້ໜຶ່ງໄດ້ຈັດຕັ້ງ “ຕູ້ ATM ເຂົ້າສານ” ຟຣີ ຢູ່ໂຮ່ຈີມິນ. ບໍ່ດົນ ຕູ້ ATM ເຂົ້າສານກໍໄດ້ຖືກຕັ້ງຂຶ້ນໃນເມືອງອື່ນໆ ເພື່ອແຈກຢາຍອາຫານຫຼັກນີ້ໂດຍບໍ່ເສຍຄ່າ. ຢູ່ ກວາງຈີ້, ບິ່ງທ່ວນ ແລະ ອີກຫຼາຍແຂວງ, ປະຊາຊົນທ້ອງຖິ່ນໄດ້ຈັດ 'ຕະຫຼາດ' ທ້າຍອາທິດ ເຊິ່ງຄອບຄົວທີ່ປະສົບຄວາມຍຸ່ງຍາກສາມາດມາເລືອກເອົາເຄື່ອງໃຊ້ຈຳເປັນໄດ້ຟຣີ, ແລະ ຜູ້ໃຈບຸນກໍໄດ້ແຈກຢາຍອາຫານຕາມແຄມທາງ. ຄົນຫວຽດນາມຫຼາຍຄົນໄດ້ບໍລິຈາກໃນຮູບແບບອື່ນໆ. ຊ່າງເຍັບເຄື່ອງຢູ່ ກວາງຫງາຍ ແລະ ກັ້ນເທີ ໄດ້ໃຊ້ຈັກເຍັບຜ້າຂອງເຂົາເຈົ້າເພື່ອເຍັບຜ້າອັດປາກ-ດັງ ຟຣີ. ອາສາສະໝັກຢູ່ ດານັງ ໄດ້ຂັບຮົບຕະຫຼອດຄືນເພື່ອສົ່ງເຄື່ອງອຸປະກອນໄປໃຫ້ໂຮງໝໍ. ນັກສຶກສາມະຫາວິທະຍາໄລໄດ້ສະຫຼະຫ້ອງພັກຫໍພັກຂອງເຂົາເຈົ້າເພື່ອໃຊ້ເປັນສະຖານທີ່ແຍກປ່ຽນ/ກັກໂຕ. ເລື່ອງລາວຄືແນວນີ້ນັ້ນໄດ້ສ້າງຄວາມອົບອຸ່ນໃຈໃຫ້ກັບຜູ້ຄົນທົ່ວປະເທດ.

ບົດທີ 02 —

ການພາພົນລະເມືອງກັບຄືນສູ່ບ້ານເກີດ

ໜຶ່ງໃນເລື່ອງລາວທີ່ໜ້າຕື່ນເຕັ້ນທີ່ສຸດທີ່ຖືກເວົ້າເຖິງຢ່າງກວ້າງຂວາງໃນຫວຽດນາມໃນໄລຍະທຳອິດຂອງການລະບາດໃຫຍ່ ແມ່ນທ່ຽວບິນຮັບພົນລະເມືອງກັບຄືນປະເທດຈາກ ອູ່ຮັ່ນ ມາສູ່ ຫວຽດນາມ. ດ້ວຍຄວາມຮັບຮູ້ເຖິງຄວາມສ່ຽງຂອງພາລະກິດ, ບໍລິສັດການບິນ Vietnam Airlines ໄດ້ປະກາດຮັບອາສາສະໝັກເພື່ອຊ່ວຍພາຄົນຫວຽດນາມ 40 ຄົນກັບບ້ານຈາກສູນກາງການລະບາດ. ພະນັກງານບໍລິການໃນທ່ຽວບິນຫຼາຍກວ່າ 100 ຄົນໄດ້ສະໝັກໃຈໄປ ອູ່ຮັ່ນ ແລະ ເຂົ້າຮ່ວມການກັກໂຕເມື່ອເດີນທາງກັບມາເຖິງຫວຽດນາມ. ທ່ຽວບິນດັ່ງກ່າວໄດ້ຖືກວາງແຜນຢ່າງລະມັດລະວັງເພື່ອປົກປ້ອງລູກເຮືອ ແລະ ຜູ້ໂດຍສານ, ແລະ ທຸກຄົນໄດ້ກັບຄືນມາຢ່າງປອດໄພ. ໃນຫຼາຍເດືອນຕໍ່ມາ, ສາຍການບິນທັງໝົດຂອງຫວຽດນາມ ໄດ້ຮ່ວມພາລະກິດພາຄົນຫວຽດນາມກັບຄືນບ້ານເກີດຈາກທົ່ວໂລກ. ລູກເຮືອບິນຜູ້ກ້າຫານເຫຼົ່ານີ້ໄດ້ຮັບການຍົກຍ້ອງຊົມເຊີຍຈາກປະຊາຊົນຫວຽດນາມ ເຊັ່ນດຽວກັນກັບພະນັກງານທາງການແພດ ແລະ ເຈົ້າໜ້າທີ່ທະຫານ.

ໄວຣັດຫວຽດນາມ 2020

ບົດທີ 03 —

ການເບິ່ງແຍງດູແລແຂກ ແລະ ນັກທ່ອງທ່ຽວ

ເຖິງວ່າຈະຢູ່ໃນສະພາບສຸກເສີນທີ່ບໍ່ປົກກະຕິຈາກການລະບາດໃຫຍ່, ຄວາມເອື້ອເຟື້ອເພື່ອນານ ແລະ ຄວາມອົບອຸ່ນ ພ້ອມທັງການເບິ່ງແຍງດູແລນັກທ່ອງທ່ຽວຂອງຫວຽດນາມ ຍັງຄົງໂດດເດັ່ນໃນຫຼາຍໆເຫດການ. ເມື່ອນັກບິນຊາວອັງກິດຄົນໜຶ່ງປ່ວຍໜັກ ແລະ ຕ້ອງການການຜ່າຕັດປ່ຽນປອດ, ປະຊາຊົນຫວຽດນາມຫຼາຍກວ່າ 60 ຄົນໄດ້ສະໝັກໃຈບໍລິຈາກປອດຂອງຕົນເພື່ອຊ່ວຍລາວ, ແລະ ທີມແພດທີ່ເກັ່ງທີ່ສຸດຂອງປະເທດໄດ້ປະຊຸມທາງໄກເພື່ອຫາລືກ່ຽວກັບການຟື້ນໂຕຂອງຄົນເຈັບ. ມັນເປັນຄວາມສຳເລັດອັນຍິ່ງໃຫຍ່ຂອງຫວຽດນາມ ເມື່ອຄົນເຈັບໝາຍເລກ 91 ໄດ້ຟື້ນໂຕ ແລະ ສາມາດບິນກັບບ້ານໄດ້. ສະພາການທ່ອງທ່ຽວຫວຽດນາມຍັງໄດ້ຈັດຕັ້ງສາຍດ່ວນພາສາອັງກິດເພື່ອຊ່ວຍເຫຼືອນັກທ່ອງທ່ຽວທີ່ຕົກຄ້າງ, ແລະ ກຸ່ມໂຮງແຮມ Victoria Hotels & Resorts ໄດ້ສະເໜີຫ້ອງພັກລະດັບ 4 ດາວ ໃນລາຄາ 20 USD ຕໍ່ຄືນ ສຳລັບນັກທ່ອງທ່ຽວທີ່ຕ້ອງຢູ່ຕໍ່. 

ບົດທີ 04 —

ຄ້າຍກັກໂຕ

ຕະຫຼອດໄລຍະການລະບາດໃຫຍ່, ຄົນຫວຽດນາມ ແລະ ຊາວຕ່າງຊາດທີ່ເດີນທາງກັບຄືນມາຫຼາຍພັນຄົນໄດ້ໃຊ້ເວລາຢູ່ໃນສະຖານທີ່ກັກໂຕ. ທະຫານຂອງຫວຽດນາມໄດ້ຮັບພາລະກິດໃນການຈັດຕັ້ງຄ້າຍກັກໂຕຊົ່ວຄາວຢູ່ທົ່ວປະເທດ ແລະ ດຳເນີນງານປະຈຳວັນ. ທະຫານໄດ້ເຮັດທຸກຢ່າງຕັ້ງແຕ່ການອະນາໄມ, ການສົ່ງອາຫານ ໄປຈົນເຖິງການເບິ່ງແຍງເດັກນ້ອຍ, ຈົນໄດ້ຮັບຄວາມຊົມເຊີຍ ແລະ ຄວາມປະທັບໃຈຈາກແຂກທີ່ມາພັກຍ້ອນຄວາມຂະຫັນຂັນເຄື່ອນຂອງເຂົາເຈົ້າ. Gavin Wheeldon, ພົນລະເມືອງຊາວອັງກິດ, ໄດ້ຂຽນບົດຄວາມທີ່ມີຊື່ວ່າ ‘Life Inside a Vietnamese Government Quarantine’, ເຊິ່ງອະທິບາຍຢ່າງລະອຽດກ່ຽວກັບຊີວິດປະຈຳວັນຂອງລາວໃນຄ້າຍ ແລະ ສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ທະຫານທີ່ “ເປັນມິດ ແລະ ເອົາໃຈໃສ່” ເຊິ່ງ “ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ" ເພື່ອເຮັດໃຫ້ຊີວິດຂອງລາວມີຄວາມສະດວກສະບາຍຫຼາຍຂຶ້ນໃນຊ່ວງເວລາທີ່ວຸ່ນວາຍ.  

ອັບເດດ covid ຫວຽດນາມ

ບົດທີ 05 —

ສິ່ງຂອງຊ່ວຍເຫຼືອສຳລັບເພື່ອນມິດໃນຕ່າງປະເທດ

ຍ້ອນວ່າຄົນຫວຽດນາມຫຼາຍຄົນໃສ່ຜ້າອັດປາກ-ດັງ ເວລາຂີ່ຮົບຈັກຢູ່ແລ້ວ, ປະເທດນີ້ຈຶ່ງມີຜ້າອັດປາກ-ດັງ ຢ່າງຫຼວງຫຼາຍພຽງພໍ. ແຕ່ບໍ່ດົນກໍເປັນທີ່ຈະແຈ້ງວ່າບາງປະເທດເພື່ອນບ້ານຂອງພວກເຮົານັ້ນບໍ່ມີພຽງພໍ. ເພື່ອຮັບມືກັບວິກິດການ, ຫວຽດນາມໄດ້ສົ່ງຜ້າອັດປາກ-ດັງ ແລະ ອຸປະກອນทางการແພດມູນຄ່າ 420,000 USD ໄປໃຫ້ ອົດສະຕຣາລີ, ອິນເດຍ, ສິງກະໂປ, ໄທ ເຊັ່ນດຽວກັນກັບປະເທດອື່ນໆ. ຜ້າອັດປາກ-ດັງ ທີ່ຜະລິດໃນຫວຽດນາມ ຫຼາຍກວ່າ 700,000 ອັນ ໄດ້ຖືກບໍລິຈາກໃຫ້ກັບ ເຢຍລະມັນ, ຝຣັ່ງ, ອີຕາລີ, ສະເປນ, ອັງກິດ, ແລະ ສະຫະລັດອາເມຣິກາ. ໃນຂະໜາດທີ່ນ້ອຍກວ່າ, ເດັກນ້ອຍສອງຄົນຈາກ ຮ່າໂນ້ຍ ໄດ້ໃຊ້ເງິນຝາກອັງເປົາ ທີ່ສະສົມມາຫຼາຍປີໃນຊ່ວງບຸນຕຸດ ເພື່ອຊື້ຜ້າອັດປາກ-ດັງ 20,000 ອັນ ສົ່ງໄປໃຫ້ຜູ້ປ່ວຍໃນສະຫະລາຊະອານາຈັກ. ທ່ານ Gareth Ward ທ່ານເອກອັກຄະລາຊະທູດອັງກິດ ປະຈຳຫວຽດນາມ ໄດ້ຂຽນຈົດໝາຍຂອບໃຈສ່ວນຕົວເຖິງເດັກນ້ອຍທັງສອງສຳລັບນ້ຳໃຈອັນດີງາມຂອງເຂົາເຈົ້າ. 

ບົດທີ 06 —

ການລະດົມທຶນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກ COVID-19

ເຊັ່ນດຽວກັນກັບຫຼາຍໆບ່ອນ, ຫວຽດນາມ ໄດ້ເຫັນຂະແໜງການອຸດສາຫະກຳຢ່າງຫຼວງຫຼາຍຖືກທຳລາຍໂດຍການລະບາດໃຫຍ່; ແຕ່ບັນດານັກທຸລະກິດ ແລະ ບຸກຄົນທີ່ມີນ້ຳໃຈໃຈກວ້າງໄດ້ຮ່ວມມືກັນເພື່ອໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ. ການແລ່ນຜັດ ‘Rise with Vietnam’ ໄດ້ຈັດຂຶ້ນໃນເດືອນຕຸລາ 2020, ໂດຍມີນັກແລ່ນ 153 ຄົນ ແລ່ນຕັດຜ່ານຄວາມຍາວຂອງປະເທດເພື່ອລະດົມທຶນໃຫ້ກັບຄົນງານທີ່ເສຍງານຍ້ອນ COVID-19. ນັກແລ່ນສາມາດລະດົມທຶນໄດ້ 4.9 ຕື້ດົ່ງ ສຳລັບໂຄງການນີ້. ນັກຮ້ອງ ແລະ ນັກແຕ່ງເພງຊັ້ນນຳຂອງຫວຽດນາມ ຍັງໄດ້ຮ່ວມຕົວກັນຈັດຄອນເສີດອອນໄລນ໌ ເຊິ່ງລະດົມທຶນໄດ້ 1.3 ຕື້ດົ່ງ ສຳລັບແມ່ຍິງທີ່ໄດ້ຮັບຜົນກະທົບຈາກການລະບາດໃຫຍ່. ກອງທຶນ COVID-19 ຂອງລັດຖະບານ ໄດ້ຮັບການບໍລິຈາກຕັ້ງແຕ່ເໜືອຮອດໃຕ້ ເປັນມູນຄ່າຫຼາຍກວ່າ 2.2 ພັນຕື້ດົ່ງ.

ການທ່ອງທ່ຽວຫວຽດນາມຢ່າງປອດໄພ

ບົດທີ 07 —

ຄຳຊົມເຊີຍຕໍ່ຄວາມພະຍາຍາມຂອງຫວຽດນາມ

ຫຼັງຈາກຫຼາຍເດືອນທີ່ໄດ້ຮ່ວມມືກັນຕໍ່ສູ້ກັບໄວຣັດ, ຫວຽດນາມ ໄດ້ຮັບຄຳຊົມເຊີຍຢ່າງຫຼວງຫຼາຍຈາກຊາວທ້ອງຖິ່ນ ແລະ ຊາວຕ່າງຊາດ ທີ່ປະທັບໃຈໃນການຮັບມືກັບສະຖານະການຢ່າງມີປະສິດທິພາບ. ໃນເດືອນເມສາ 2020, ຊາວຕ່າງຊາດຄົນໜຶ່ງໄດ້ລິເລີ່ມແຄມເປນ ‘Vietnam We Thank You’ ເພື່ອໃຫ້ກຽດແກ່ແພດໝໍ, ພະຍາບານ, ເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະ ອາສາສະໝັກຂອງຫວຽດນາມ ສຳລັບຄວາມພະຍາຍາມໃນການຮັກສາຄວາມປອດໄພ ແລະ ສຸຂະພາບຂອງປະຊາຊົນ. ຊາວຕ່າງຊາດທີ່ອາໄສຢູ່ໃນຫວຽດນາມ ແລະ ນັກທ່ອງທ່ຽວທີ່ຢູ່ໃນໄລຍະກັກໂຕ ໄດ້ໂພສຂໍ້ຄວາມຂອບໃຈໃນໂຊຊຽວມີເດຍ ເພື່ອໃຫ້ກຳລັງໃຈຫວຽດນາມ. 

ຜົນຈາກການແຜ່ລະບາດ, ຈິດໃຈຄວາມສາມັກຄີຂອງຊຸມຊົນໃນຫວຽດນາມ ແມ່ນເຂັ້ມແຂງກວ່າທີ່ເຄີຍມີມາ, ແລະ ທົ່ວປະເທດກຳລັງລໍຖ້າມື້ທີ່ຈະໄດ້ຕ້ອນຮັບນັກທ່ອງທ່ຽວຄືນໃໝ່ອີກຄັ້ງ.

ຕ້ອງການໄອເດຍການທ່ອງທ່ຽວຫວຽດນາມເພີ່ມເຕີມບໍ? ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ ເພື່ອຮັບເລື່ອງລາວທີ່ດີທີ່ສຸດຂອງພວກເຮົາໃນກ່ອງຂໍ້ຄວາມຂອງທ່ານ.