Vietnam Tourism

  • ຫວຽດນາມ ຍົກເວັ້ນວີຊາສຳລັບພົນລະເມືອງຈາກ 12 ປະເທດ

ລັດຖະບານໄດ້ອອກມະຕິເລກທີ 44/NQ-CP ລົງວັນທີ 7 ມີນາ 2025 ວ່າດ້ວຍການຍົກເວັ້ນວີຊາສຳລັບພົນລະເມືອງຈາກ 12 ປະເທດ ລວມມີ ເຢຍລະມັນ, ຝຣັ່ງ, ອີຕາລີ, ສະເປນ, ສະຫະລາຊະອານາຈັກອັງກິດ ແລະ ໄອແລນເໜືອ, ຣັດເຊຍ, ຍີ່ປຸ່ນ, ເກົາຫຼີໃຕ້, ເດນມາກ, ສວີເດັນ, ນໍເວ ແລະ ຟິນແລນ ແຕ່ວັນທີ 15 ມີນາ 2025 ຫາ ວັນທີ 14 ມີນາ 2028.

ວີຊາ

ມະຕິດັ່ງກ່າວລະບຸວ່າ ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ ຈະໄດ້ຮັບການຍົກເວັ້ນວີຊາສຳລັບການພັກເຊົາຊົ່ວຄາວເປັນເວລາ 45 ວັນ ນັບແຕ່ວັນເຂົ້າເມືອງ, ໂດຍບໍ່ຄໍານຶງເຖິງປະເພດໜັງສືຜ່ານແດນ ແລະ ຈຸດປະສົງຂອງການເຂົ້າເມືອງ, ບົນພື້ນຖານການປະຕິບັດເງື່ອນໄຂການເຂົ້າເມືອງຢ່າງຄົບຖ້ວນຕາມທີ່ກົດໝາຍຫວຽດນາມກຳນົດ.

ອີງຕາມມະຕິດັ່ງກ່າວ, ນະໂຍບາຍຍົກເວັ້ນວີຊາຈະມີຜົນບັງຄັບໃຊ້ແຕ່ວັນທີ 15 ມີນາ 2025 ຫາ ວັນທີ 14 ມີນາ 2028 ແລະ ຈະໄດ້ຮັບການພິຈາລະນາຕໍ່ອາຍຸຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.

ມະຕິເລກທີ 32/NQ-CP ລົງວັນທີ 15 ມີນາ 2022 ແລະ ມະຕິເລກທີ 128/NQ-CP ລົງວັນທີ 14 ສິງຫາ 2023 ຂອງລັດຖະບານ ຈະໝົດອາຍຸແຕ່ວັນທີ 15 ມີນາ 2025.