ມະຕິດັ່ງກ່າວລະບຸວ່າ ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ ຈະໄດ້ຮັບການຍົກເວັ້ນວີຊາສຳລັບການພັກເຊົາຊົ່ວຄາວເປັນເວລາ 45 ວັນ ນັບແຕ່ວັນເຂົ້າເມືອງ, ໂດຍບໍ່ຄໍານຶງເຖິງປະເພດໜັງສືຜ່ານແດນ ແລະ ຈຸດປະສົງຂອງການເຂົ້າເມືອງ, ບົນພື້ນຖານການປະຕິບັດເງື່ອນໄຂການເຂົ້າເມືອງຢ່າງຄົບຖ້ວນຕາມທີ່ກົດໝາຍຫວຽດນາມກຳນົດ.
ອີງຕາມມະຕິດັ່ງກ່າວ, ນະໂຍບາຍຍົກເວັ້ນວີຊາຈະມີຜົນບັງຄັບໃຊ້ແຕ່ວັນທີ 15 ມີນາ 2025 ຫາ ວັນທີ 14 ມີນາ 2028 ແລະ ຈະໄດ້ຮັບການພິຈາລະນາຕໍ່ອາຍຸຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.
ມະຕິເລກທີ 32/NQ-CP ລົງວັນທີ 15 ມີນາ 2022 ແລະ ມະຕິເລກທີ 128/NQ-CP ລົງວັນທີ 14 ສິງຫາ 2023 ຂອງລັດຖະບານ ຈະໝົດອາຍຸແຕ່ວັນທີ 15 ມີນາ 2025.