ໝາຍເຫດ: ຂ່າວລ່າສຸດກ່ຽວກັບຈຸດໝາຍ, ປະສົບການ ແລະ ການທ່ອງທ່ຽວໃນ Vietnam ສຳຫຼວດດຽວນີ້ →

21 ເມນູອາຫານຫວຽດນາມທີ່ຕ້ອງລອງ

ຢູ່ຫວຽດນາມ, ກ່ອນຮັບປະທານອາຫານພວກເຮົາຈະເວົ້າວ່າ “Chúc ngon miệng!”-- ເຊິ່ງໝາຍເຖິງ 'ຂໍໃຫ້ເຈົ້າເພີນເພີນກັບອາຫານ' (ແຕ່ແນ່ນອນວ່າທ່ານຈະມັກຢູ່ແລ້ວ.)

ໃນຂະນະທີ່ອາຫານຫວຽດນາມຢູ່ຕ່າງປະເທດຍັງເປັນທີ່ຮູ້ຈັກກັນດີໃນເມນູ phở ແລະ bánh mì, ແຕ່ອາຫານຫວຽດນາມທັງໝົດນັ້ນແມ່ນການປະສົມປະສານຂອງລົດຊາດທີ່ຫຼາກຫຼາຍ, ໂດດເດັ່ນ ແລະ ເຂັ້ມຂຸ້ນຢ່າງລົງຕົວ.

ຄົນຫວຽດນາມຮັກອາຫານຂອງພວກເຂົາ ແລະ ຜູ້ປຸງອາຫານກໍດຶງເອົາຜົນຜະລິດທີ່ອຸດົມສົມບູນ ແລະ ວັດຖຸດິບພິເສດຂອງແຕ່ລະພູມິພາກມາປຸງແຕ່ງອາຫານຢ່າງເຕັມທີ່. ອາຫານພາກເໜືອເປັນທີ່ຮູ້ຈັກໃນຄວາມງ່າຍດາຍ; ອາຫານພາກກາງຂອງຫວຽດນາມແມ່ນຈັດເຕັມດ້ວຍເຄື່ອງເທດ ແລະ ປະລິມານ; ສ່ວນຄົນພາກໃຕ້ມັກຕື່ມນ້ຳຕານ. ບໍ່ວ່າທ່ານຈະເດີນທາງໄປໃສທົ່ວປະເທດ, ທ່ານຈະໄດ້ກິນອາຫານແຊບໆຢ່າງແນ່ນອນ.

ເຝີຫວຽດນາມ

ບົດທີ 01 —

1. Phở

Phở ແມ່ນອາຫານຫວຽດນາມທີ່ເປັນເອກະລັກຢ່າງແທ້ຈິງ, ຄໍາວ່າ phở ແມ່ນອ້າງເຖິງ ປະເພດເສັ້ນ ທີ່ໃຊ້ໃນສູດອາຫານ. ເສັ້ນເຝີຂາວແປລອຍຢູ່ກັບຊີ້ນງົວສຸກໆດິບໆ ຫຼື ຊີ້ນໄກ່ຕົ້ມ ໃນນໍ້າຊຸບງົວທີ່ເຂັ້ມຂຸ້ນ. ປະເພດທີ່ໄດ້ຮັບຄວາມນິຍົມຫຼາຍກວ່າໃນສອງປະເພດທີ່ຮູ້ຈັກກັນດີແມ່ນ phở Ha Noi. ມີຕົ້ນກໍາເນີດມາຈາກພາກເໜືອ, ມັນມີຈຸດເດັ່ນທີ່ນໍ້າຊຸບໃສ ແລະ ປຸງລົດດ້ວຍການບີບມະນາວ ແລະ ໝາກເພັດຂີ້ໜູຊອຍເທົ່ານັ້ນ. ສ່ວນແບບພາກໃຕ້, phở Nam, ມີນໍ້າຊຸບທີ່ເຂັ້ມກວ່າ ແລະ ເສີບພ້ອມກັບຜັກສົດຫຼາຍຊະນິດ ເຊັ່ນ: ຖົ່ວງອກ, ຜັກໂຫລະພາ ແລະ ຜັກຫອມລາບ.

ເຄັດລັບຂອງເຝີທີ່ແຊບແມ່ນຢູ່ທີ່ນໍ້າຊຸບ. ນໍ້າຊຸບມັກຈະຕົ້ມໃສ່ໝາກຈັນແປດກີບ, ດອກກາລູ ແລະ ອົບເຊີຍ ທີ່ຫອມ ເພື່ອໃຫ້ມີຄວາມຫວານທໍາມະຊາດ. ອາຫານປະເພດນີ້ສາມາດຫາຮັບປະທານໄດ້ເກືອບທຸກແຈຖະໜົນ ແລະ ຄວາມຈິງແລ້ວແມ່ນນິຍົມຮັບປະທານເປັນອາຫານເຊົ້າ, ເຊິ່ງຄົນພາຍນອກອາດຈະບໍ່ຄ່ອຍຮູ້. 

ລອງຊິມໄດ້ທີ່: Pho Thin, 13 Lo Duc, Hai Ba Trung District in Ha Noi ຫຼື Pho Hoa, 260C Pasteur Street, District 3 in Ho Chi Minh City

Banh mi ໂດຍ Aaron Joel Santos Top 21 Dishes

ບົດທີ 02 —

2. Bánh Mì

ເຂົ້າຈີ່ ບາແກັດ ອາດຈະໄດ້ຮັບອິດທິພົນມາຈາກຝຣັ່ງ, ແຕ່ bánh mì ແມ່ນມີຄວາມເປັນຫວຽດນາມຢ່າງເຕັມຕົວ. ປາເຕ້ ແລະ ເນີຍມາກາຣີນ ຖືກທາຢ່າງໄວວາລົງເທິງເນື້ອເຂົ້າຈີ່ທີ່ນຸ່ມ ແລະ ໜຽວນຸ່ມ, ຈາກນັ້ນ ແຊນວິດກໍຖືກອັດແໜ້ນไปด้วยຜັກດອງ, ຜັກຫອມປ້ອມສົດ, ໝູສາມຊັ້ນ, ໝູຝອຍ ແລະ ແຕ່ງກວາ. ກັດລົງເທິງເປືອກນອກທີ່ກອບ ແລະ ສໍາຜັດກັບຄວາມອົບອຸ່ນທີ່ປະສົມປະສານຫຼາກຫຼາຍລົດຊາດ ແລະ ເນື້ອສໍາຜັດ.

ລອງຊິມໄດ້ທີ່: Banh My Phuong, 2B Phan Chau Trinh, Hoi An

Christian Berg Top 21 Dishes ອາຫານຫວຽດນາມ

ບົດທີ 03 —

3. Cơm Tấm

ໃນອະດີດ, ຊາວນາຫວຽດນາມຈະຮັບປະທານເມັດເຂົ້າຫັກທີ່ພວກເຂົາບໍ່ສາມາດຂາຍໄດ້. ໃນປັດຈຸບັນ, "ເຂົ້າຫັກ" ໄດ້ກາຍເປັນອາຫານຫຼັກຂອງຊົນຊັ້ນແຮງງານໃນຊີວິດປະຈໍາວັນ. ສໍາລັບອາຫານທີ່ມີຕົ້ນກໍາເນີດອັນຖ່ອມຕົວ, ການຕຽມ cơm tấm ສາມາດເຮັດໄດ້ຢ່າງຫຼູຫຼາ ແລະ ອຸດົມສົມບູນຫຼາຍ.

ແມ້ວ່າຈະມີການປຸງແຕ່ງຫຼາຍຮູບແບບ, ແບບທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດແມ່ນ cơm tấm sườn nướng ốp la. ໄຂ່ດາວຖືກເສີບຄູ່ກັບກະດູກຂ້າງໝູຢ້າງຊອດຄາຣາເມລ ວາງເທິງເຂົ້າຫັກກອງໃຫຍ່. ຈາກນັ້ນ ອາຫານຈານນີ້ຈະຖືກຣາດດ້ວຍ nước chấm, ເຊິ່ງແມ່ນສ່ວນປະສົມຂອງໝາກເພັດ, ນໍ້າປາ ແລະ ນໍ້າຕານ, ພ້ອມທັງຣາດນໍ້າມັນຫອມບົວ. ຂັ້ນຕອນສຸດທ້າຍປະກອບມີ ຫົວແແຄຣອດ ແລະ ຫົວໄຊເທົ້າດອງຝອຍ, ແຕ່ງກວາ ແລະ ໝາກເລັ່ນຊອຍ, ພ້ອມກັບໜັງໝູຈຽນກອບ ແລະ ຫອມແດງຈຽນໂຣຍໜ້າ.

ລອງຊິມໄດ້ທີ່: ຮ້ານຄອບຄົວຢູ່ 260 Vo Van Tan, District 3, Ho Chi Minh City

Bun Bo Hue ໂດຍ Aaron Joel Santos Top 21 Dishes

ບົດທີ 04 —

4. Bún Bò Huế

ໃນຖານະຕົວແທນຂອງອາຫານພະລາຊະວັງອັນເປັນຕໍານານຂອງເມືອງ Hue, bún bò huế ແມ່ນການສະແດງອອກຢ່າງຍິ່ງໃຫຍ່ທັງຄວາມງາມ ແລະ ລົດຊາດ. ນໍ້າຊຸບສີແດງເຂັ້ມແມ່ນສັນຍານທໍາອິດຂອງລົດຊາດທີ່ໂດດເດັ່ນ—ເຊິ່ງເປັນຜົນມາຈາກການຕົ້ມເຄ່ຽວເຄັ່ງກະດູກງົວ ແລະ ຕົ້ນສິງໄຄເປັນເວລາຫຼາຍຊົ່ວໂມງເພື່ອໃຫ້ໄດ້ລົດຊາດຫອມກິ່ນຕະໄຄ. ຜັກລວກໄວໆຄູ່ກັບເນື້ອຂານວງງົວທີ່ນຸ່ມ ເຮັດໃຫ້ອາຫານຈານນີ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາຫຼາຍຂຶ້ນ. ນີ້ອາດຈະເປັນຕົ້ມຊຸບຊີ້ນງົວ—ຄໍາວ່າ bò ໃນພາສາຫວຽດນາມໝາຍເຖິງຊີ້ນງົວ—ແຕ່ຢ່າປະຫຼາດໃຈເມື່ອທ່ານເຫັນຍໍ້ ຫຼື ໄສ້ກອກຊ່ອນຢູ່ໃນຊາມ. Chả lụa ແມ່ນໄສ້ກອກທີ່ເຮັດຈາກເນື້ອໝູ ທີ່ມີເນື້ອສໍາຜັດຄ້າຍຄືກັບເຕົ້າຫູ້.

ລອງຊິມໄດ້ທີ່: Quan Bun Bo Hue,19 Ly Thuong Kiet Street, Hue

Cao Lau ໂດຍ Aaron Joel Santos Top 21 Dishes

ບົດທີ 05 —

5. Cao Lầu

ອາຫານທີ່ມີເອກະລັກສະເພາະຂອງ Hoi An, cao lầu ແມ່ນບໍ່ມີຫຍັງປຽບທຽບໄດ້. ເພື່ອເປັນການຄາລະວະປະຫວັດສາດຂອງເມືອງທ່າການຄ້າຊາຍຝັ່ງທະເລທີ່ເປັນຕົ້ນກໍາເນີດ, ເສັ້ນກ໋ວຍຕຽວຊາມນີ້ແມ່ນການປະສົມປະສານອິດທິພົນຂອງຍີ່ປຸ່ນ, ຈີນ ແລະ ຫວຽດນາມ. ຊີ້ນໝູແດງ ຖືກວາງเรียງເທິງເສັ້ນ cao lầu . ເສັ້ນໜາໆເຫຼົ່ານີ້, ທີ່ມີຄວາມໜຽວນຸ່ມຄ້າຍຄືກັບເສັ້ນອູດົ່ງຂອງຍີ່ປຸ່ນ, ຖືກຣາດດ້ວຍນໍ້າຊຸບທີ່ເຂັ້ມຂຸ້ນດ້ວຍເຄື່ອງເທດ ແລະ ໂຣຍໜ້າດ້ວຍຜັກຫອມສົດ ແລະ ໜັງໝູຈຽນກອບບົດ. ກ່າວກັນວ່າ cao lầu ຕົ້ນຕໍາຮັບແມ່ນເຮັດຈາກນໍ້າທີ່ໄດ້ຈາກນໍ້າສ້າງ Ba Le ອາຍຸພັນປີໃນ Hoi An, ເຊິ່ງມີຂ່າວລືວ່າມີຄຸນສົມບັດວິເສດ.

ລອງຊິມໄດ້ທີ່: Thanh Cao Lau, 24 Thai Phien St, Hoi An

ບົດທີ 06 —

6. Cơm Gà

ໄກ່ ແລະ ເຂົ້າ ແມ່ນການປະສົມປະສານທີ່ລົງຕົວສະເໝີ. ແຕ່ຢູ່ ຮອຍອານ (Hội An), ເມນູຄູ່ອະລ່ອຍນີ້ໄດ້ຖືກຍົກລະດັບໂດຍການນໍາໃຊ້ອົງປະກອບສົດໆຈາກຊົນນະບົດ. ເນື້ອໄກ່ນຸ່ມໆຖືກສີກເປັນເສັ້ນ, ປະສົມກັບນໍ້າປາປຸງລົດ ແລະ ຫົວຫອມໃຫຍ່ ເພື່ອກິນຄູ່ກັບເຂົ້າຫຸງຂະໝິ້ນ. ຫົວຫອມແດງດອງ, ຫົວຜັກກາດດອງ ແລະ ຜັກຫອມແມ່ນຖືກເສີບໄວ້ທາງຂ້າງ. ພໍ່ຄົວແມ່ຄົວຈາກທົ່ວປະເທດມີເຄັດລັບສະເພາະຕົວທີ່ຈະເຮັດໃຫ້ເຂົ້າຂະໝິ້ນຂອງເຂົາເຈົ້າໂດດເດັ່ນ. ເຂົ້າໄກ່ ຮອຍອານ ແບບດັ້ງເດີມແມ່ນໂຣຍໜ້າດ້ວຍໃບຜັກແພວ ແລະ ຜັກຮູດ ເພື່ອປັບສົມດຸນກັບລົດຊາດໄກ່ໝັກອັນເຂັ້ມຂຸ້ນ ແລະ ໄຂ່ອ່ອນນຸ່ມໆ. ຫຼັງຈາກມື້ໜຶ່ງຂອງການຍ່າງທ່ຽວຊົມເມືອງເກົ່າ, ເຂົ້າໄກ່ສີເຫຼືອງທອງໜຶ່ງຈານແມ່ນອາຫານທີ່ສົມບູນແບບຢ່າງແທ້ຈິງ.

ລອງຊິມໄດ້ທີ່: Com Ga Hien, 539 Hai Ba Trung St, Hoi An

ອາຫານຫວຽດນາມທີ່ດີທີ່ສຸດ

ບົດທີ 07 —

7. Mì Quảng

ສ່ວນໜຶ່ງເປັນຊຸບ, ອີກສ່ວນໜຶ່ງເປັນສະຫຼັດ, mì quảng ຜ່ານຜ່ານຄວາມສັບສົນທາງເອກະລັກໄດ້ຢ່າງງົດງາມ. ເຖິງຢ່າງໃດກໍຕາມ, ຢ່າປ່ອຍໃຫ້ຄວາມງົດງາມຂອງ mì quảng ຫຼອກທ່ານ. ອາຫານເສັ້ນທີ່ເບົາ ແລະ ໜຶບນີ້ຈາກແຂວງ ກວາງນາມ (Quang Nam) ຢູ່ພາກກາງຂອງຫວຽດນາມ ແມ່ນອາຫານຕາມຮ່າງທາງ. ເສັ້ນໝີ່ສີເຫຼືອງສົດໃສໄດ້ສີສັນເຂັ້ມຂຸ້ນມາຈາກນໍ້າຊຸບປະສົມຂະໝິ້ນທີ່ເພີ່ມຄວາມເຂັ້ມຂຸ້ນດ້ວຍນໍ້າມັນຖົ່ວດິນ. ເຂົາເຈົ້າໃຊ້ນໍ້າຊຸບພຽງແຕ່ບ່ວງແກງດຽວໃນການເຮັດ "ຊຸບ" ນີ້, ໂດຍສາມາດໂຣຍໜ້າດ້ວຍຫຍັງກໍໄດ້ຕັ້ງແຕ່ກຸ້ງ ແລະ ໄກ່ ໄປຈົນເຖິງໝູສາມຊັ້ນ ແລະ ປາກໍ້. ຮັບປະທານ mì quảng ກັບຫົວປີ່ຊອຍ, ຜັກແພວ, ຜັກໂຫລະພາ ແລະ bánh tráng me, ເຂົ້າເກຼບງາປີ້ງ.

ລອງຊິມໄດ້ທີ່: Quan Mi Quang Ba Mua, 95 Nguyen Tri Phuong, Chinh Gian, Thanh Khe, Da Nang

Christian Berg 21 ອາຫານຫວຽດນາມຍອດຮິດ

ບົດທີ 08 —

8. Bánh Xèo

ຜົນງານການສ້າງສັນຈາກເຂດສາມຫຼ່ຽມປາກນໍ້າຂອງ, bánh xèo ຖືກຮັບປະທານຢ່າງກວ້າງຂວາງຢູ່ພາກໃຕ້ ແລະ ພາກກາງຂອງຫວຽດນາມ. ການເບິ່ງເຄຣບກອບໆ ຖືກເຮັດແມ່ນປະສົບການທາງສຽງ ແລະ ພາບ: ແແປ້ງຈະດັງຊ່າຢ່າງແຮງເມື່ອຖືກກະທະຮ້ອນ—xèo ໝາຍເຖິງສຽງຟູ່ ຫຼື ຊ່າ—ແລະ ຂອບກໍຈະຄ່ອຍໆມ້ວນ ແລະ ເປັນສີເຫຼືອງທອງ ເມື່ອຄົນເຮັດ xèo ຜູ້ຊ່ຽວຊານໝູນກະທະຢ່າງຄ່ອງແຄ້ວເພື່ອແຜ່ແປ້ງເຂັ້ມຂຸ້ນໃຫ້ທົ່ວ. ແປ້ງ, ໂດຍດັ້ງເດີມເຮັດຈາກແປ້ງເຂົ້າ ແລະ ນໍ້າກະທິ, ໄດ້ສີເຫຼືອງຈາກການຕື່ມຂະໝິ້ນ. ເປັນອາຫານອະລ່ອຍອີກຢ່າງທີ່ໄດ້ຮັບແຮງບັນດານໃຈຈາກຝຣັ່ງ, ແພນເຄັກລົດຊາດເຂັ້ມຂຸ້ນນີ້ຖືກໄສ້ດ້ວຍໝູຕົ້ມຊອຍ, ໝູສັບ, ຖົ່ວງອກ ແລະ ກຸ້ງ ແລ້ວພັບໃນຮູບແບບເຄຣບ. bánh xèo ບໍ່ຄວນປຽກເກີນໄປ ແລະ ດີທີ່ສຸດແມ່ນຮັບປະທານຮ້ອນໆຈາກກະທະ.

ລອງຊິມໄດ້ທີ່: Banh Xeo 46A, 46A D Dinh Cong Trang, District 3, Ho Chi Minh City

Bun Cha ໂດຍ Aaron Joel Santos

ບົດທີ 09 —

9. Bún Chả

Bún chả ກາຍເປັນທີ່ຮືຮາຂ້າມຄືນ ຫຼັງຈາກປະທານາທິບໍດີ ໂອບາມາ ຖືກຖ່າຍຮູບຂະນະທີ່ກໍາລັງກິນໝູປີ້ງກ້ອນນີ້ກັບ Anthony Bourdain. ແຕ່ອາຫານຈານເດັດຂອງເຂດເມືອງເກົ່າໃນ ຮາໂນ້ຍ ນີ້ແມ່ນໄດ້ຮັບຄວາມນິຍົມໃນໝູ່ຄົນທ້ອງຖິ່ນມາໂດຍຕະຫຼອດ. ໃນຊ່ວງເວລາອາຫານທ່ຽງ, ກິ່ນອາຍຂອງໝູປີ້ງເທິງຖ່ານຮ້ອນໆ ຈະລອຍອົບອວນຕາມທາງຍ່າງ, ເຮັດໃຫ້ຄົນຮາໂນ້ຍທີ່ກໍາລັງຫິວໄດ້ກິ່ນຫອມ.

ອາຫານດັ້ງເດີມຂອງພາກເໜືອນີ້ປະກອບດ້ວຍ bún (ເສັ້ນຂະໜົມຈີນ) ເຢັນ; ໝູສາມຊັ້ນໝັກປຸງລົດຊອຍເປັນແຜ່ນ; ຜັກຫອມສົດ ແລະ ຜັກສະຫຼັດຢ່າງຫຼວງຫຼາຍ; ແລະ ສຸດທ້າຍແຕ່ບໍ່ນ້ອຍໜ້າ, ໝູສັບກ້ອນປີ້ງທີ່ລອຍຢູ່ໃນຖ້ວຍທີ່ເຕັມໄປດ້ວຍນໍ້າຊຸບຈາກນໍ້າປາ. ວິທີຮັບປະທານທີ່ນິຍົມແມ່ນຕັກ bún ກ້ອນນ້ອຍໆ ໃສ່ໃນຖ້ວຍນໍ້າຊຸບຂອງທ່ານ ແລ້ວກິນສັບປ່ຽນກັນລະຫວ່າງເສັ້ນ, ໝູ ແລະ ຜັກ. 

ລອງຊິມໄດ້ທີ່: Bun Cha Huong Lien (also known as Bun Cha Obama), 24 Le Van Huu, Phan Dinh Ho, Hai Ba Trung, Ha Noi

ອາຫານຫວຽດນາມຍອດຮິດ

ບົດທີ 10 —

10. Xôi

Xôi, ເຂົ້າໜຽວຫວຽດນາມ ເປັນອາຫານທີ່ແຕກຕ່າງຈາກເຂົ້າໜຽວປະເພດອື່ນໆໃນພູມິພາກ. ອາຫານຫຼັກຈາກເຂົ້າໜຽວທີ່ມີຄວາມໜາແໜ້ນ ແລະ ຢູ່ທ້ອງກວ່ານີ້ ມີທັງຕົວເລືອກແບບເຄັມ ແລະ ແບບຫວານ. Xôi mặn, xôi ແບບເຄັມ, ເປັນອາຫານເຊົ້າຍອດນິຍົມ ແລະ ລາຄາປະຢັດ. ຢາກກິນຫຍັງທີ່ຫວານກວ່າບໍ? ມີ xôi ngọt; ຫຼາຍກວ່າ 20 ຊະນິດ; ແຕ່ຖ້າທ່ານຫວັງທີ່ຈະຕື່ນຕາຕື່ນໃຈ, ທ່ານໂຊກດີແລ້ວ. Xôi ngũ sắc, xôi ຫ້າສີ, ເປັນການປະສົມປະສານສີສັນອັນງົດງາມຂອງສີມ່ວງ, ສີຂຽວ, ສີແດງ, ສີເຫຼືອງ ແລະ ສີຂາວ, ເຊິ່ງຍ້ອມສີໂດຍໃຊ້ສານສະກັດຈາກພືດທຳມະຊາດ.

ລອງຊິມໄດ້ທີ່: Xoi Yen, 35B Nguyen Huu Huan, Ly Thai To, Hoan Kiem, Ha Noi

Banh Beo ໂດຍ Aaron Joel Santos 21 ອາຫານຍອດນິຍົມ

ບົດທີ 11 —

11. Bánh Bèo

ຄ້າຍຄືກັບອາຫານຫວ່າງຫຼາຍກວ່າ, bánh bèo ແມ່ນ ອາຫານຈານດ່ວນຈາກເມືອງເຫວ້ ໃນພາກກາງຂອງຫວຽດນາມ. ເຂົ້າໜົມຖ້ວຍໜຶ້ງເຫຼົ່ານີ້ເສີບເປັນຄຳພໍດີຄຳ, ຄ້າຍຄືກັບ ທາປາສ ແບບຫວຽດນາມ. ແຜ່ນເຂົ້າໜົມທີ່ນຸ່ມໜຽວແຕ່ລະແຜ່ນຖືກໂຣຍໜ້າດ້ວຍຖົ່ວຂຽວບົດ ແລະ ກຸ້ງແຫ້ງຄົ້ວ. ຈາກນັ້ນ ເຂົ້າໜົມກໍຈະຖືກຕົບແຕ່ງດ້ວຍຂົ້ວເຂົ້າຈີ່ ຫຼື tép mỡ—ກາກໝູຈີນກອບໆ. ຢູ່ເຄິ່ງກາງຂອງ bánh bèo ທີ່ດີຄວນມີຮອຍບຸ໋ມ, ເຊິ່ງສະແດງເຖິງການໜຶ້ງໄດ້ທີ່ຢ່າງສົມບູນ. ອາຫານນີ້ຮັບປະທານຄູ່ກັບ nước chấm ໄດ້ຢ່າງລົງໂຕ.

ລອງຊິມໄດ້ທີ່: Quan Hanh, 11 Pho Duc Chinh (South Bank), Hue

Bun Rieu ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 12 —

12. Bún Riêu

ການປະສົມປະສານລະຫວ່າງປູ ແລະ ໝາກເຂືອສົ້ມ ເຮັດໃຫ້ bún riêu ເປັນອາຫານທີ່ໂດດເດັ່ນຢ່າງແທ້ຈິງ. ນ້ຳຊຸບອັນເຂັ້ມຂຸ້ນທີ່ເຕັມໄປດ້ວຍຄວາມສົ້ມ, ສ່ວນປະກອບຂອງອາຫານນີ້ປະກອບມີ ເສັ້ນ bún ອັນນຸ່ມມື່ນ, ເນື້ອປູສົດ, ເຕົາຮູ້ກ້ອນ, ແລະ ໝາກເຂືອສົ້ມຕົ້ມ. ການປຸງ bún riêu ສູດດັ້ງເດີມແມ່ນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຫຼາຍ. ຫຼັງຈາກແຍກເນື້ອປູອອກຈາກໂຕແລ້ວ, ກະດອງປູຈະຖືກຕຳໃຫ້ລະອຽດໂດຍໃຊ້ຄົກ ແລະ ສາກ ແລ້ວກອງເອົານ້ຳເພື່ອເຮັດເປັນຖານຂອງນ້ຳຊຸບ. ສິ່ງທີ່ລອຍຢູ່ໃນຖ້ວຍແມ່ນກ້ອນເນື້ອປູບົດປະສົມກັບໝູກ້ອນ ແລະ ໄຂ່ທີ່ນຸ່ມຟູລະລາຍໃນປາກຂອງທ່ານ.

ລອງຊິມໄດ້ທີ່: Bún Riêu Cua Thanh Hồng, 42 Hòa Mã, Ngô Thì Nhậm, Hai Bà Trưng, Ha Noi

Goi Cuon ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 13 —

13. Gỏi Cuốn

ຍຳສະຫຼັດຫໍ່ອັນອຸດົມສົມບູນ, gỏi cuốn ເຕັມໄປດ້ວຍຄວາມສົດຊື່ນຢ່າງຫຼວງຫຼາຍ. ແຜ່ນຫໍ່ເຄິ່ງໂປ່ງໄສເຮັດຈາກແຜ່ນເຂົ້າຈີ່ທີ່ເຮັດໃຫ້ນຸ່ມ. ດ້ານໃນຫໍ່ດ້ວຍຜັກສະຫຼັດ, ຜັກຫອມລາບ, ຜັກຫອມປ້ອມ, ເນື້ອສັດປະເພດຕ່າງໆ ແລະ ຕົ້ນຫອມແປ້ນທີ່ໂຜ່ອອກມາຈາກໂຣນທີ່ຫໍ່ຢ່າງແໜ້ນແຟ້ນ. ປະເພດທີ່ນິຍົມທີ່ສຸດຂອງ gỏi cuốn ແມ່ນການປະສົມປະສານລະຫວ່າງຊີ້ນໝູສັນໃນ ແລະ ກຸ້ງລວກ. ໂຣນນີ້ສາມາດຈຸ່ມໃນຖ້ວຍຊອດຮອຍຊິນອັນຫອມມັນ ຫຼື nước chấm.

ລອງຊິມໄດ້ທີ່: Quan An Ngon, 18 Phan Boi Chau, Hoan Kiem, Ha Noi

Banh Cam ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 14 —

14. Bánh Căn

ແພນເຄັກແບບເຄັມຊະນິດຄຳພໍດີຄຳ bánh căn ແມ່ນອາຫານພິເສດຍອດນິຍົມຈາກພາກໃຕ້-ຕາເວັນອອກສ່ຽງໃຕ້. ເຮັດຈາກການປະສົມຂອງແປ້ງເຂົ້າ, ໄຂ່ນົກກະທາ ແລະ ຫອມບົ່ວສົດ ທີ່ປຸງແຕ່ງເທິງໄຟໃນເຕົາເກົ່າດິນເຜົາ, ແຕ່ລະຄຳແມ່ນໃຫ້ຄວາມພໍໃຈຫຼາຍກວ່າຄຳກ່ອນ. ຕາມດັ້ງເດີມແມ່ນເສີບແບບທຳມະດາ, bánh căn ໃນປະຈຸບັນແມ່ນມີການໂຣຍໜ້າດ້ວຍກຸ້ງ ຫຼື ຊີ້ນໝູ ແລະ ຈຸ່ມໃນຖ້ວຍນ້ຳຊຸບທີ່ເຕັມໄປດ້ວຍຫອມບົ່ວ ແລະ ລູກຊິ້ນລອຍຢູ່ສອງສາມລູກ.

ລອງຊິມໄດ້ທີ່: Phan Rang, 106 Trương Định, Phường 9, Quận 3, Ho Chi Minh City

ອາຫານທີ່ດີທີ່ສຸດທີ່ຕ້ອງລອງຊິມໃນຫວຽດນາມ

ບົດທີ 15 —

15. Hủ Tiếu Nam Vang

ນີ້ແມ່ນອາຫານຕາມຮ່າງທາງມາດຕະຖານໃນພາກໃຕ້. ຫວຽດນາມເວີຊັນຂອງ kuy teav ໃນກຳປູເຈຍ ແລະ guay tiew ໃນໄທ, hủ tiếu ແມ່ນເສັ້ນກ໋ວຍຕ່ຽວຊາມໜຶ່ງທີ່ເສີບແບບມີນ້ຳ (nước) ຫຼື ແຫ້ງ (khô). ໂດຍທົ່ວໄປ, ນ້ຳຊຸບຂຸ້ນທີ່ເຮັດຈາກກະດູກໝູຈະຮັບປະທານກັບເສັ້ນ hủ tiếu. ເວີຊັນຕົ້ນຕຳຮັບຂອງ hủ tiếu ແມ່ນ Hủ Tiếu Nam Vang. ສູດນີ້ໃຊ້ເນື້ອໝູຕິດກະດູກ, ຕັບຕົ້ມ, ໄຂ່ນົກກະທາ ແລະ ກຸ້ງ. ຖ້າທ່ານບໍ່ມັກກິນເລືອດ, ໃຫ້ບອກເຂົາເຈົ້າບໍ່ໃສ່ເລືອດໝູກ້ອນ, ທີ່ບາງເທື່ອກໍມີໃສ່ມາໃນຊາມ. ນ້ຳຊຸບລົດພິກໄທທີ່ໂຮຍດ້ວຍຕົ້ນຫອມຊອຍຍັງມີລົດຫວານທີ່ຮູ້ສຶກໄດ້ ເຊິ່ງມາຈາກການໃສ່ນ້ຳຕານກ້ອນ.

ລອງຊິມໄດ້ທີ່: Hu Tieu Co Huong, 152/7/2 Ly Chinh Thang, Ward 7, District 3, Ho Chi Minh City

Cha Ca La Vong 21 ອາຫານຍອດນິຍົມ

ບົດທີ 16 —

16. Chả Cá

ອົບອວນໄປດ້ວຍກິ່ນຫອມຂອງຜັກຊີລາວສົດ, chả cá ແມ່ນອາຫານຈານເດັດທາງພາກເໜືອທີ່ມີເອກະລັກສະເພາະຈາກເມືອງຫຼວງ ທີ່ມີຄວາມແຕກຕ່າງກັນໃນລົດຊາດ, ສັມຜັດ ແລະ ສີສັນ. ເນື້ອປາຂາວເປັນຕອນໆຖືກໝັກດ້ວຍຂະໝີ້ນກ່ອນຈະນຳໄປຜັດກັບເນີດ້ວຍໄຟແຮງ. ຈາກນັ້ນກໍໂຮຍຜັກຊີລາວ ແລະ ຕົ້ນຫອມໃສ່ທົ່ວກະທະຢ່າງຫຼວງຫຼາຍ, ແຜ່ກະຈາຍໄປທົ່ວຕອນປາສີເຫຼືອງອ່ອນຄືກັບຕະໄຄ່ນ້ຳທີ່ຂຶ້ນຢ່າງອຸດົມສົມບູນ. ນີ້ແມ່ນອາຫານຈານທຳອິດທີ່ຖ່າຍຮູບອອກມາໄດ້ງາມຫຼາຍ ດັ່ງນັ້ນຈຶ່ງຄວນຟ້າວຖ່າຍຮູບໃນຂະນະທີ່ຜັກຊີລາວຍັງສົດ ແລະ ບໍ່ທັນຫ່ຽວຈາກຄວາມຮ້ອນ.

ລອງຊິມໄດ້ທີ່: Cha Ca Thang Long Restaurant, 19-21-31 Duong Thanh, Hoan Kiem, Ha Noi

Nom Hoa Chuoi ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 17 —

17. Nộm Hoa Chuối

Nộm hoa chuối ແມ່ນຍຳຫົວປີ່ຝານເປັນເສັ້ນທີ່ໜ້າຮັບປະທານ ຍຳໃສ່ກັບກະລໍ່າປີດອງ, ຜັກຫອມປ້ອມ, ຮາກບົວ, ແລະ ກະລໍ່າປີ. ຂຶ້ນກັບລະດູການ, ອາດຈະມີການໃສ່ສ້ມໂອ, ໝາກມ່ວງດິບ ຫຼື ໝາກຫຸ່ງຊອຍເປັນເສັ້ນຕື່ມໃສ່. ໃນບາງສູດ, ທ່ານຈະເຫັນມີການໃສ່ເນື້ອໄກ່, ເນື້ອງົວ ແລະ/ຫຼື ກຸ້ງ ເຖິງແມ່ນວ່າມັນສາມາດເສີບເປັນ ອາຫານມັງສະວີຣັດ ກໍໄດ້. ສູບຍຳນີ້ຖືກຄຸກກັບນ້ຳຈິ້ມ nước chấm sauce ແລະ ຕົກແຕ່ງດ້ວຍຖົ່ວດິນບົດ ແລະ ພິກໄທຈິນດາ. ເພື່ອເພີ່ມຄວາມສົດຊື່ນ, ໃຫ້ບີບໝາກນາວໃສ່.

ລອງຊິມໄດ້ທີ່: Mountain Retreat, 36 Le Loi, Ben Nghe, District 1, Ho Chi Minh City

Banh Cuon ໂດຍ Aaron Joel Santos 21 ອາຫານຍອດນິຍົມ

ບົດທີ 18 —

18. Bánh Cuốn

ເຮັດຈາກແຜ່ນແປ້ງກົ່ມໃຫຍ່ນວດຈາກແປ້ງຂ້າວນຶ່ງ, ຫໍ່ດ້ວຍໝູສັບ ແລະ ເຫັດຫູໜູ ຈາກນັ້ນພັບ ແລະ ຫັ້ນຢ່າງນຸ່ມນວນ, bánh cuốn ແມ່ນອາຫານທີ່ແຊບຊ້ອຍ. ອາຫານຄາບນີ້ຖືກເຮັດໃໝ່ໆຕາມສັ່ງສະເໝີ, ໂຮຍດ້ວຍຫອມແດງຈຽນ ແລະ ເສີບຄູ່ກັບນ້ຳປາ ພ້ອມຍໍໝູ. ເພີດເພີນກັບມັນເປັນອາຫານເຊົ້າ ຄືກັບຄົນທ້ອງຖິ່ນ, ແລະ ສາມາດເພີ່ມຜັກຫອມສົດໃສ່ເພື່ອເພີ່ມລົດຊາດ. 

ລອງຊິມໄດ້ທີ່:Bánh Cuốn 101 Bà Triệu, 147 Triệu Việt Vương, Hai Bà Trưng District, Ha Noi

Bun cha sua ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 19 —

19. Bún Chả Cá

Bún chả cá ແມ່ນອາຫານທີ່ມີຫຼາຍສູດດັດແປງ ຂຶ້ນກັບວ່າທ່ານໄປກິນຢູ່ໃສ. ທຸກໆສູດຈະມີເສັ້ນຂະໜົມຈີນ (bún), ປາກະໂພດ/ຊິ້ນປາບົດ (chả cá) ແລະ ຜັກຫອມສົດ, ພ້ອມກັບລົດຊາດທ້ອງຖິ່ນເລັກນ້ອຍ. ໃນຮູບຂ້າງເທິງ, bún chả cá Nha Trang, ຈາກເມືອງຊາຍຝັ່ງທະເລພາກກາງ ມີສ່ວນປະສົມພື້ນຖານ, ພ້ອມທັງປາມຶກບົດກອບ, ຜັກຊີລາວ, ຕົ້ນຫອມຈຽນ ແລະ ໝາກເລັ່ນ, ເພື່ອໃຫ້ລົດຊາດເບົາ ແລະ ສົ້ມອ່ອນໆ. ຊົດນ້ຳຊຸບແຊບໆຄູ່ກັບຜັກສົດ ແລະ ບີບໝາກນາວໃສ່.

ລອງຊິມໄດ້ທີ່: Bún Cá Mịn 170 Bạch Đằng, Tân Lập, Nha Trang

Bun cuon la lot ໂດຍ Christian Berg 21 ອາຫານຍອດນິຍົມ

ບົດທີ 20 —

20. Bún Bò Cuốn Lá Lốt

ໃບໄມ້ກອບໆ ທີ່ຜ່ານການຍ່າງຈົນຫອມ ຫຸ້ມຫໍ່ຊີ້ນງົວບົດ, ຫົວຜັກບົ່ວຂາວ ແລະ ຫົວຜັກບົ່ວແດງ ເພື່ອເກັບຮັກສາຄວາມຊຸ່ມຊ່ຳຂອງ bò lá lốt. ອາຫານຈານເດັດທາງພາກໃຕ້ນີ້ ເຕັມไปด้วยຄວາມແປກໃໝ່ ໂດຍນຳເອົາຊີ້ນບົດທີ່ປະສົມເຂົ້າກັນຢ່າງລົງຕົວ ມາພັນໃນໃບຊະພູ ຄືກັບຊິກາບາງໆ ແລ້ວຍ່າງເທິງເຕົາຖ່ານ. ຜົນທີ່ໄດ້ແມ່ນລົດຊາດທີ່ເຜັດຮ້ອນຫອມພິກໄທຢ່າງໜ້າອັດສະຈັນ ເຊິ່ງສາມາດຮັບປະທານຄູ່ກັບ ເສັ້ນໝີ່ ຫຼື ຫໍ່ ກັບແຜ່ນແປ້ງເຂົ້າເຈົ້າ ແລະ ຜັກສົດ. ເທັກເຈີທີ່ເຄ້ຽວເພີນ ຈຸ່ມໃສ່ນ້ຳປາເຜັດ ເຮັດໃຫ້ bò lá lốt ເປັນອາຫານທີ່ຄົນມັກກິນຊີ້ນບໍ່ຄວນພາດ ເມື່ອມາຫວຽດນາມ.

ລອງກິນໄດ້ທີ່: Cô Liêng, 321 Võ Văn Tần, District 3, Ho Chi Minh City

Chè ໂດຍ Jason Zullo 21 ເມນູອາຫານ

ບົດທີ 21 —

21. Chè

Chè ເປັນຂອງຫວານ ລົດຊາດຫວານ ທີ່ເສີບໄດ້ທັງແບບຮ້ອນ ແລະ ແບບເຢັນ ໃນຮູບແບບຂອງພຸດດິ້ງ ຫຼື ຂອງຫວານນ້ຳຫວານ. chè ເຢັນແມ່ນໃສ່ເຄື່ອງວຸ້ນ ແລະ ໝາກໄມ້ເມືອງຮ້ອນ ເຊັ່ນ: ກ້ວຍ, ໝາກມ່ວງ ແລະ ໝາກລຳໄຍ ໂດຍມັກຈະຮາດດ້ວຍກະທິ. ເປັນອາຫານທີ່ໃຫ້ສຳຜັດມ່ວນໆຢູ່ສະເໝີ ໂດຍທ່ານຈະປະຫຼາດໃຈກັບມະพร້າວຂູດ, ນ້ຳແຂງຝອຍ, ເມັດບົວ ແລະ ວຸ້ນ ໃນຂອງຫວານນ້ຳເຊື່ອມນີ້. ຂອງຫວານສາມສີທີ່ສວຍງາມ, chè ba màu ມັກຈະຖືກເອີ້ນວ່າ ຂອງຫວານຮຸ້ງກິນນ້ຳ. ນີ້ແມ່ນຂອງຫວານເປັນຊັ້ນໆ ຂອງຖົ່ວແດງ, ຖົ່ວຂຽວບົດ ແລະ ວຸ້ນໃບເຕີຍ, ໂຣດດ້ວຍນ້ຳແຂງຝອຍ ແລະ ກະທິ.

ລອງກິນໄດ້ທີ່:  Che 95, 95 Hang Bac, Hoan Kiem, Ha Noi  

ຕ້ອງການໄອເດຍການທ່ອງທ່ຽວຫວຽດນາມເພີ່ມເຕີມບໍ? ລົງທະບຽນຮັບຈົດໝາຍຂ່າວຂອງພວກເຮົາ ເພື່ອຮັບເລື່ອງราวດີໆ ສົ່ງຕົງເຖິງກ່ອງຂໍ້ຄວາມຂອງທ່ານ.